ທ່ານ ບຸ່ຍມິງເຊີນ ຮອງປະທານສະພາປະຊາຊົນ ແຂວງເຊິນລາ ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນ ທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 4 ພະຈິກ 2018 ທີ່ຫ້ອງວ່າການແຂວງຊຽງຂວາງ.

ໂອກາດນີ້, ທ່ານ ບຸນຕົ້ນ ຈັນທະພອນ ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງແຂວງຊຽງຂວາງ ກັບແຂວງເຊິນລາ ມີຫຼາຍວຽກງານພົ້ນເດັ່ນ ເປັນຕົ້ນແມ່ນໄດ້ພົວພັນສະໜິດແໜ້ນ, ຄວາມສາມັກຄີ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນແລະກັນ ເຊິ່ງແຂວງເຊິນລາ ໄດ້ຊ່ວຍເຫຼືອໃນການກໍ່ສ້າງພື້ນຖານໂຄງລ່າງໂຮງຮຽນ, ສຸກສາລາ, ກະສິກຳອີກຢ່າງໜຶ່ງທີ່ສຳຄັນແມ່ນໄດ້ຊ່ວຍເຫຼືອກໍ່ສ້າງບຸກຄະລາກອນຍົກສູງຄວາມຮູ້-ຄວາມສາມາດໃນການເຮັດວຽກຂອງພະນັກງານແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອພ້ອມກັນພັດທະນາ.

ໃນໂອກາດນີ້, ທ່ານ ບຸ່ຍມິງເຊີນ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມແຂວງຊຽງຂວາງ ໃນຄັ້ງນີ້ ເພື່ອແລກປ່ຽນບົດຮຽນວຽກງານຕົວຈິງ ໂດຍສະເພາະວຽກງານສະພາປະຊາຊົນ ພ້ອມ ທັງເປັນການຮັດແໜ້ນຄວາມສາ ມັກຄີ, ເສີມຂະຫຍາຍສາຍພົວ ພັນໃຫ້ກວ້າງຂວາງຂຶ້ນເລື້ອຍໆ.