ໜ້າຫຼັກ Tags ເມືອງສີສັດຕະນາກ

Tag: ເມືອງສີສັດຕະນາກ

ເມືອງສີສັດຕະນາກ ປະກາດການຈັດຕັ້ງຂັ້ນເມືອງ

ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນເມືອງ ໃນວັນທີ 17 ສິງຫາ 2020 ເຂົ້າຮ່ວມໂດຍ ທ່ານ ບຸນທອງ ພົມມະຈັນ...

ປກສ ກຸ່ມສວນມອນ-ວັດນາກ ເຂັ້ມງວດກວດກາຄົນເຂົ້າ-ອອກບ້ານ

ປກສ ກຸ່ມສວນມອນ-ປກສ ກຸ່ມວັດນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ກວດກາຄົນເຂົ້າ-ອອກພາຍໃນບ້ານທຸກວັນຢ່າງເຂັ້ມງວດ...

ປະຊາຊົນ ເມືອງສີສັດຕະນາກ-ຫາດຊາຍຟອງ ໃຫ້ການຮ່ວມມືທາງການ ຢ່າງເຂັ້ມງວດ

ໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ບັນດາຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ສ່ວນຫຼາຍແມ່ນໄດ້ເອົາໃຈໃສ່ໃຫ້ການຮ່ວມມືື ໂດຍປະຕິບັດຕາມຄຳສັ່ງຂອງລັດຖະບານ ຢ່າງເຂັ້ມງວດ ໂດຍສະເພາະ ໃນຄໍ່າຄືນຂອງວັນທີ 3 ເມສາ 2020 ຢູ່ຂອບເຂດຕົວເມືອງ ສີສັດຕະນາກ ຫາເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຫັນວ່າຫຼາຍເສັ້ນທາງໂລງດີແຕ່ລະຄອບຄົວເກັບຕົວຢູ່ເຮອນໃຜລາວ.

ປກສ ກຸ່ມເພຍວັດ ເພີ່ມທະວີວຽກງານປ້ອງກັນວັນຊາດ

ໃນວັນທີ 28 ພະຈິກ 2019, ເຈົ້າໜ້າທີ່ ປກສ ກຸ່ມເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເພີ່ມທະວີວຽກງານປ້ອງກັນເວນຍາມ ເພື່ອຮັບປະກັນໃຫ້ກຸ່ມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ໃນວັນສ້າງຕັ້ງ ສປປ ລາວ ຄົບຮອບ 44 ປີ ທີ່ຈະມາເຖິງນີ້.

ເມືອງສີສັດຕະນາກສະຫຼຸບວຽກງານປະຈຳເດືອນມີນາ

ປົກຄອງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນມີນາ 2019 ແລະ ທິດທາງແຜນການເດືອນເມສາ ໃນທ້າຍອາທິດຜ່ານ, ໂດຍການເປັນປະທານຂອງ ທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໆສີສັດຕະນາກ, ມີປະທານແນວລາວສ້າງຊາດເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ປີຜ່ານມາ ເມືອງສີສັດຕະນາກມີປະກົດຫຍໍ້ທໍ້ 300 ກວ່າເລື່ອງ

ໃນປີ 2018 ຜ່ານມາ, ທົ່ວເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 300 ກວ່າເລື່ອງ; ໃນນັ້ນ, ສາມາດແກ້ໄຂ ແລະ ມ້າງໄດ້ 109 ເລື່ອງ ກັກຕົວຜູ້ຖືກຫາໄດ້ 133 ຄົນ ແລະ ຂອງກາງປະເພດຕ່າງໆຫຼາຍລາຍການ.

ກໍ່ສ້າງຮາກຖານ ເມືອງສີສັດຕະນາກ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ

ກອງກໍ່ສ້າງຮາກຖານຂອງ ກອງຮ້ອຍ 3 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ນໍາໂດຍ ພັທ ເກດມະນີ ວົງພະຈັນ ຄະນະກອງກໍ່ສ້າງຮາກຖານ ກອງຮ້ອຍ 3 ເມືອງສີສັດຕະນາກ, ມີພະນັກງານກໍ່ສ້າງຮາກຖານ, ນາຍບ້ານທົ່ງພານທອງ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ຫາລືວຽກງານປ້ອງກັນຄວາມສະຫງົບ ໃຫ້ທະນາຄານ ສະຖາບັນການເງິນ ແລະ ຮ້ານແລກປ່ຽນເງິນຕາ

ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດກອງປະຊຸມປຶກສາຫາລືວຽກງານປ້ອງກັນຄວາມສະຫງົບ ໃຫ້ທະນາຄານ, ສະຖາບັນການເງິນຈຸລະພາກ ແລະ ຮ້ານແລກປ່ຽນເງິນຕາ ທົ່ວເມືອງສີສັດຕະນາກ ໃນວັນທີ 17 ສິງຫາ 2018, ເປັນປະທານໂດຍ ພັທ ດວງຈັນ ວັນນະຫົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ, ມີຫົວໜ້າ-ຮອງພະແນກສັນຕິບານ ປກສ, ນາຍບ້ານພະນັກງານຈາກສະຖາບັນຕ່າງໆ...

ບ້ານໂພນສີນວນ ຈະເພີ່ມທະວີປຸກລະດົມປະຊາຊົນ ເຂົ້າຮ່ວມວຽກງານ ປກຊ-ປກສ

6 ເດືອນທ້າຍປີ 2018, ອໍານາດການປົກຄອງບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈະເພີ່ມທະວີປຸກລະດົມປະຊາຊົນພາຍໃນບ້ານເຂົ້າຮ່ວມວຽກງານກັນຊາດ-ປ້ອງກັນຄວາມສະຫງົບ ( ປກຊ-ປກສ ) ເພື່ອຊ່ວຍເປັນຫູ-ເປັນຕາໃຫ້ເຈົ້າໜ້າທີ່ ໂດຍສະເພາະກຳລັງ ປກສ ບ້ານ ໃນການສະກັດກັ້ນ-ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນບ້ານ. ທ່ານ ນາງ ມີໄລວອນ ວັນນຸວົງ ນາຍບ້ານໆໂພນສີນວນ ກ່າວໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ແຜນການ...

ເມືອງສີສັດຕະນາກ ປິດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ

ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ປິດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ 8 ໃຫ້ບັນດານາຍບ້ານ ແລະ ຮອງນາຍບ້ານພາຍໃນເມືອງ ໃນນວັນທີ 21 ມິຖຸນາ 2018 ເພື່ອເປັນການສ້າງບຸກຄະລາກອນກົດໝາຍຊັ້ນຕົ້ນຂັ້ນພື້ນຖານ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄໍາ ວິຈິດລາສີ ຮອງເຈົ້າເມືອງສີສັດຕະນາກ, ມີບັນດາຂະແໜງການທີ່ກ່ຽວຂ້ອງ ແລະ...