ປີຜ່ານມາ ເມືອງສີສັດຕະນາກມີປະກົດຫຍໍ້ທໍ້ 300 ກວ່າເລື່ອງ

0
781

ໃນປີ 2018 ຜ່ານມາ, ທົ່ວເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 300 ກວ່າເລື່ອງ; ໃນນັ້ນ, ສາມາດແກ້ໄຂ ແລະ ມ້າງໄດ້ 109 ເລື່ອງ ກັກຕົວຜູ້ຖືກຫາໄດ້ 133 ຄົນ ແລະ ຂອງກາງປະເພດຕ່າງໆຫຼາຍລາຍການ.

ທ່ານ ບຸນເມກ ວິໄລແສງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆສີສັດຕະນາກ ກ່າວໃນກອງປະຊຸມການຊີ້ນໍາ-ນໍາພາຮອບດ້ານ ຂອງຄະນະບໍລິຫານງານສູນກາງພັກເມືອງສີສັດຕະນາກ ວ່າ:

ຄະນະປະທານ

ໃນປີຜ່ານມາ, ຄະນະພັກເມືອງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍາລັງວິຊາສະເພາະ ພ້ອມທັງຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ເພື່ອແກ້ໄຂບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຄວາມບໍ່ສະຫງົບຢູ່ພາຍໃນເມືອງ ແຕ່ຫົວທີຈົນມີຜົນສໍາເລັດຫຼາຍດ້ານ ສະແດງອອກໃນປີ 2018 ຜ່ານມາ, ທົ່ວເມືອງມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 302 ເລື່ອງ, ແກ້ໄຂ ແລະ ມ້າງໄດ້ 109 ເລື່ອງ, ກັກຕົວໄດ້ 133 ຄົນ ຍິງ 14 ຄົນ, ເລີກຮື້ແກ້ໄຂກຸ່ມແກ້ງຢາເສບຕິດໄດ້ 89 ເລື່ອງ, ກັກຕົວໄດ້ 161 ຄົນ ຍິງ 14 ຄົນ, ມົ້ວສຸມຢາເສບຕິດ 38 ເລື່ອງ, ກັກຕົວໄດ້ 87 ຄົນ ຍິງ 8 ຄົນ, ຢຶດຂອງກາງຢາບ້າ 31.175 ເມັດ, ຢາໄອສ໌ 1.9 ກຼາມ, ປືນສັ້ນ 11 ມມ 1 ກະບອກ ພ້ອມລູກ 17 ລູກ, ໂທລະສັບ 52 ໜ່ວຍ ແລະອື່ນໆ.

ຄະນະພັກເມືອງສີສັດຕະນາກ ເຂົ້າຮ່ວມ

ສໍາລັບປີນີ້, ຄະນະພັກເມືອງສີສັດຕະນາກ ຈະສືບຕໍ່ຊີ້ນໍາ-ນໍາພາກໍາລັງວິຊາສະເພາະຢ່າງເປັນປົກກະຕິ ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂອງທົ່ວປວງຊົນແບບມີສ່ວນຮ່ວມ, ອອກເຄື່ອນໄຫວ ກວດກາສາລະເວປິດປ່ອງຂ້າມລອຍຂອງກຸ່ມຄົນທີ່ເຄື່ອນໄຫວບໍ່ດີຕາມຊາຍແດນ, ເກັບກໍາເປົ້າໝາຍເຄື່ອນໄຫວບໍ່ດີ, ແກ້ໄຂບັນດາປະກົດການຫຍໍ້ທໍ້, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ພາຍໃນເມືອງໃຫ້ຫຼຸດໜ້ອຍ ຖອຍລົງ ແລະ ຄ່ອຍໆໝົດໄປຈາກສັງຄົມ.