ພັທ ກົງຈັນ ໄຊປັນຍາ

ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະຫ້ອງຕໍາຫຼວດ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ໃນວັນທີ 24 ມັງກອນ 2019 ໂດຍການເປັນປະທານຂອງ ພັທ ກົງຈັນ ໄຊປັນຍາ  ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າ, ຄະນະຫ້ອງ, ບັນດາພະແນກ ແລະ ພະນັກງານຫຼັກແຫຼ່ງພາຍໃນຫ້ອງຕໍາຫຼວດ ເຂົ້າຮ່ວມ.

ພັທ ທະນູໄຊ ແສນອານົງ ຮັກສາການຫົວໜ້າຫ້ອງຕໍາຫຼວດໄດ້ຍົກໃຫ້ເຫັນຜົນງານໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ ເປັນຕົ້ນແມ່ນ ການສະກັດກັ້ນ, ແກ້ໄຂລາຍຄະດີ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ເຊັ່ນ: ການປຸ້ນຈີ້, ຊິງຊັບ, ການກໍ່ອາລະວາດຕີກັນ, ຄ້າ-ຂາຍເຖື່ອນ, ລັກລອບຂຸດຄົ້ນ-ເຄື່ອນຍ້າຍໄມ້ ແລະ ແຮ່ທາດ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການຄ້າໂສເພນີ, ຄ້າມະນຸດລວມໄປເຖິງບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາອື່ນໆ ເຊິ່ງເປັນຜົນສະທ້ອນ ແລະ ກະທົບໂດຍກົງເຖິງຄວາມສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ທັງເປັນການກົດໜ່ວງຖ່ວງດຶງການພັດທະນາຂອງປະຊາຊົນບັນດາເຜົ່າ ກໍຄືປະເທດຊາດນໍາອີກ.

ທ່ານຮັກສາການຫົວໜ້າຫ້ອງຕໍາຫຼວດ ຍັງກ່າວຕື່ມອີກວ່າ: ໃນຕໍ່ໜ້າຈະເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ສ້າງພະນັກງານໃຫ້ມີຄວາມຊື່ສັດບໍລິສຸດ ແລະ ມີລະບຽບວິໄນຢ່າງເຂັ້ມງວດ, ເອົາໃຈໃສ່ຕິດຕາມ, ກວດກາ, ຊອກຮູ້ເກັບກໍາຂໍ້ມູນສະພາບການເຄື່ອນໄຫວຕ່າງໆຂອງກຸ່ມຄົນບໍ່ດີ ທີ່ຈະກໍ່ໃຫ້ເກີດມີເຫດການຄວາມບໍ່ສະຫງົບຢູ່ໃນສັງຄົມ ເພື່ອສ້າງແຜນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂໄດ້ທັນກັບສະພາບການທີ່ອາດຈະເກີດຂຶ້ນ ຫຼື ເກີດຂຶ້ນແລ້ວ ເພື່ອແນໃສ່ເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ.

ປກສ ບໍລິຄໍາໄຊ ສະຫຼຸບວຽກງານຕຳຫຼວດ

ຕອນທ້າຍ ພັທ ກົງຈັນ ໄຊປັນຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຍັງກ່າວຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ເອົາໃຈໃສ່ປະຕິໜ້າທີ່ວຽກງານ ຕາມການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດສູງຈົນສາມາດຍາດໄດ້ຜົນສໍາເລັດໃນຫຼາຍໆດ້ານ ຄຽງຄູ່ກັບຜົນງານດ້ານດີກໍ່ຕ້ອງໄດ້ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງທີ່ມີຢູ່ໃຫ້ໝົດໄປ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານຢ່າງເປັນປົກະຕິ, ເອົາໃຈໃສ່ໃກ້ຊິດຕິດແທດຊີ້ນໍາ-ນໍາພາວຽກງານວິຊາສະເພາະໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະໃໝ່ ໃຫ້ມີຜົນສໍາເລັດຕາມແຜນການ ແລະ ລະດັບຄາດ ໝາຍທີ່ວາງໄວ້ ເພື່ອແນໃສ່ເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບປອດໄພ 100%.