ນາຍົກລັດຖະມົນຕີ ຊຸກຍູ້ສະຫະກອນ ຜະລິດກາເຟ ຢູ່ເຂດພູພຽງບໍລິເວນ

0
1383

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ການນຳແຂວງຈຳປາສັກ ໄດ້ໄປຢ້ຽມຢາມສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນ ທີ່ເມືອງບາຈຽງ ແຂວງຈຳປາສັກ, ໃນຕອນແລງຂອງວັນທີ 28 ມັງກອນ 2019 ໂດຍມີສະຫະກອນຜູ້ຜະລິດກາເຟໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດດັ່ງກ່າວ, ຄະນະຂອງທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະກອນດັ່ງກ່າວ, ເຊິ່ງເຫັນວ່າ:

ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບທາງດ້ານການຈັດຕັ້ງ

ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນ ຫຼື ເອີ້ນວ່າ ເຂດກຳເນີດຂອງກາເຟລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007, ເປັນອົງກອນທີ່ຮວບຮວມເອົາຊາວສວນຜູ້ປູກກາເຟທັງໝົດ ຈຳນວນ 1.855 ຄອບຄົວ, ປະກອບມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະເລ່ຍຄອບຄົວໜຶ່ງມີເນື້ອທີ່ປູກກາເຟ ຈຳນວນ 3 ເຮັກຕາ, ປັດຈຸບັນມີສະມາຊິກທັງໝົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານ ໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳປາສັກ, ມີໂຮງງານ ແລະ ຫ້ອງທົດລອງ 1 ແຫ່ງເພື່ອເປັນຈຸດເຕົ້າໂຮມ, ເກັບຮັກສາ, ຄັດແຍກເປືອກ ແລະ ລະດັບຄຸນນະພາບຂອງເມັດກາເຟ, ເຊິ່ງປະສິດທິພາບຂອງໂຮງງານແມ່ນສາມາດຜະລິດໄດ້ 20 ໂຕນ/ມື້.

ສິ່ງທີ່ເປັນຈຸດເດັ່ນຂອງ ສະຫະກອນແມ່ນມີຄວາມຮັບປະກັນຄຸນນະພາບກາເຟດ້ວຍເຂົາເຈົ້າເອງ ໂດຍມີການຄວບຄຸມຄຸນນະພາບ ໃນຂະບວນການຜະລິດທຸກຂັ້ນຕອນນັບແຕ່ການປູກຈົນເຖິງເວລາທີ່ສາມາດດື່ມໄດ້, ເຊິ່ງບໍ່ມີສະຫະກອນໃດໃນ ສປປ ລາວ ທີ່ຮັບປະກັນໄດ້ຄືແນວນັ້ນ.

ສະເພາະປີ 2017-2018 ແມ່ນ ຜະລິດໄດ້ 8.300 ໂຕນ ຫຼື 436 ຕູ້ຄອນເທນເນີ; ໃນນັ້ນ, ມີກາເຟນ້ອຍ ຫຼື ກາເຟທີ່ມີຄຸນນະພາບ ແລະ ເປັນທີ່ນິຍົມມີເກືອບ 7 ພັນໂຕນ. ສໍາລັບຕະຫຼາດຈໍາໜ່າຍແມ່ນສົ່ງອອກໄປຈີນ, ເກົາຫຼີໃຕ້, ຍີ່ປຸ່ນ, ສິງກະໂປ, ອົດສະຕາລີ, ນິວຊີແລນ, ຝຣັ່ງ, ສະວິດ, ສະຫະລັດອາເມລິກາ ແລະອື່ນໆ.

ນາຍົກລັດຖະມົນຕີ ຊຸກຍູ້ສະຫະກອນ ຜະລິດກາເຟ ຢູ່ເຂດພູພຽງບໍລິເວນ

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໂອ້ລົມຕໍ່ຄະນະບໍລິຫານ ແລະ ສະມາຊິກສະຫະກອນ, ມີຄຳເຫັນເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຂອງສະຫະກອນຕົນຢ່າງເຂັ້ມງວດ, ຮັກສາຄຸນນະພາບ ແລະ ມາດຖານຂອງການຜະລິດໂດຍເອົາໃຈໃສ່ປະຕິບັດຕາມຫຼັກການ ແລະ ຄຳແນະນຳຂອງຊ່ຽວຊານ, ຫ້າມນຳໃຊ້ສານເຄມີເຂົ້າໃນການຜະລິດ, ສືບຕໍ່ເສີມຂະຫຍາຍບັນດາປັດໃຈທີ່ພາໃຫ້ມີຜົນສຳເລັດໃນໄລຍະຜ່ານມາໃຫ້ກວ້າງຂວາງ; ທັງນີ້, ກໍເພື່ອເຮັດໃຫ້ກາເຟມີຄຸນນະພາບ,ໄດ້ລາຄາສູງ, ເປັນທີ່ຕ້ອງການຂອງລູກຄ້າ, ການຜະ ລິດກໍມີຄວາມໝັ້ນຄົງ, ສະມາຊິກມີລາຍຮັບ, ສາມາດປະກອບສ່ວນ ໃນການປັບປຸງຊີວິດການເປັນຢູ່ ແລະ ບ້ານຊ່ອງຂອງຕົນໃຫ້ຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.