ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ-ເມືອງເງິນ ແຂວງໄຊຍະບູລີ

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ-ເມືອງເງິນ ແຂວງໄຊຍະບູລີ ຄັ້ງທີ 12 ສະໄໝທີ IV ໄດ້ປິດລົງໃນວັນທີ 22 ມັງກອນ ປີ 2019 ໂດຍການເປັນປະທານຂອງ ສະຫາຍ ບຸນມີ ຈັນທິບ ກໍາມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງ ແລະ ເຂົ້າຮ່ວມຂອງ ສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ອົງການພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍການເປັນປະທານຂອງ ສະຫາຍ ບຸນມີ ຈັນທິບ ກໍາມະການພັກແຂວງ ເລຂາພັກເມືອງ-ເຈົ້າເມືອງ ແລະ ເຂົ້າຮ່ວມຂອງ ສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ

ກອງປະຊຸມໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ພາຍໃຕ້ການຊີ້ນຳໆພາຂອງຄະນະບໍລິຫານງານພັກເມືອງ ໃນໄລຍະ 1 ປີທີ່ຜ່ານມາ ເຊິ່ງຜ່ານການຈັດຕັ້ງປະຕິບັດໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ທົ່ວເມືອງສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ລະບົບການເມືອງໄດ້ ຮັບການປັບປຸງບູລະນະດີຂຶ້ນເທື່ອລະກ້າວ, ອົງການປົກຄອງແຕ່ລະຂັ້ນໄດ້ເອົາໃຈໃສ່ບໍລິຫານການປົກຄອງດ້ວຍລະບຽບ-ກົດໝາຍເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄປຕາມທິດທີ່ໄດ້ກຳນົດໄວ້, ວັດທະນະທຳ-ສັງຄົມໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ.

ໃນນີ້, ເສດຖະກິດມະຫາພາກທົ່ວເມືອງ ປີ 2018 ໄດ້ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 11,74% ລວມຍອດລາຍຮັບຜະລິດຕະພັນພາຍໃນບັນລຸໄດ້ 406,77 ຕື້ກີບ, ສະເລ່ຍໃສ່ຫົວຄົນເທົ່າກັບ 21,91 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 2.578 ໂດລາສະຫະລັດ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 301 ໂດລາສະຫະລັດ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສະຫຼຸບວຽກງານຮອບດ້ານ ແລະ ແຜນການໃນຕໍ່ໜ້າພ້ອມທັງຜ່ານແຜນໂຄງການດໍາເນີນງານ ປະຈໍາປີ 2019 ຂອງຄະນະບໍລິຫານງານພັກເມືອງ ໃນການເຄື່ອນໄຫວວຽກງານດ້ານຕ່າງໆຂອງເມືອງ ແຕ່ລະໄລຍະ.

ຕອນທ້າຍ, ສະຫາຍ ດວງຕາ ໄຊວຸດ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ຍັງໄດ້ເນັ້ນໃນການເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມເປັນເອກະພາບຕໍ່ແນວທາງ, ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕື່ນຕົວເປັນເຈົ້າການເຂົ້າຮ່ວມຂະບວນການດ້ານຕ່າງໆ ເປັນກໍາລັງແຮງສັງລວມໃນການຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ເມືອງວາງອອກ ໃຫ້ປະກົດຜົນເປັນຈິງ.