ເມືອງສີສັດຕະນາກສະຫຼຸບວຽກງານປະຈຳເດືອນມີນາ

ປົກຄອງເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນມີນາ 2019 ແລະ ທິດທາງແຜນການເດືອນເມສາ ໃນທ້າຍອາທິດຜ່ານ, ໂດຍການເປັນປະທານຂອງ ທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໆສີສັດຕະນາກ, ມີປະທານແນວລາວສ້າງຊາດເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນວາລະໄດ້ໃຫ້ຮູ້ວ່າ: ໃນເດືອນມີນາຜ່ານມາ ສາມາດກວດພົບບັນຫາປະກົດການຫຍໍ້ທໍ້ ມີ 31 ເລື່ອງ, ມ້າງໄດ້ 3 ເລື່ອງ ມີຕົວຜູ້ຖືກ ຫາ 3  ຄົນ; ໃນນີ້, ມີລັກຊັບພົນລະເມືອງ 23 ເລື່ອງ, ມີລົດຈັກ 14 ຄັນ, ສາມາດແກ້ໄດ້ 1 ເລື່ອງ ແລະ ບັນຫາຊີງຊັບ 1 ເລື່ອງ, ແກ້ໄຂກຸ່ມແກ້ງມົ້ວສຸມ ແລະ ຄ້າ-ຂາຍຢາເສບຕິດໄດ້ 7 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 11 ຄົນ, ຢຶດຂອງກາງຢາບ້າໄດ້ 842 ເມັດ. ນອກນັ້ນ, ໄດ້ລົງກວດກາຮ້ານມິນິມາກ ຢູ່ຕະຫຼາດຂົວດິນ 7 ຮ້ານ ພົບເຫັນສິນຄ້າໝົດອາຍຸ 1 ຮ້ານ, ລົງກວດສານເຄມີຕົກຄ້າງໃນ 4 ຕະຫຼາດ ມີ 32 ຕົວຢ່າງ, ພົບເຫັນ 16 ຕົວຢ່າງ, ລົງກວດສານຟໍມາລີນໃນອາຫານ 6 ຄັ້ງ ແລະ ລົງກວດກາຊິງຊັ່ງຢູ່ຕະຫຼາດໜອງຈັນ ຈຳນວນ 320 ໜ່ວຍ ພົບຊິງຊັງບໍ່ໄດ້ມາດຖານ 1 ໜ່ວຍ, ພ້ອມທັງໄດ້ລົງສັກຢາກັນພະຍາດວໍ້ໝາ 203 ເທື່ອຕໍ່ໂຕ, ກັນວໍ້ແມວ 22 ເທື່ອຕໍ່ໂຕ, ປິ່ນປົວໝາ 318 ເທື່ອຕໍ່ໂຕ ແລະ ປິ່ນປົວແມວ 6 ເທື່ອຕໍ່ໂຕ;  ພ້ອມນີ້, ໄດ້ລົງກວດກາ, ຕິດຕາມ ເພື່ອແກ້ໄຂບັນຫາການຈະລາຈອນແອອັດ ເພື່ອເຮັດໃຫ້ເມືອງມີຄວາມສະຫງົບປອດໄພໃນທຸກດ້ານ.

ໃນຕໍ່ໜ້າຈະສືບຕໍ່ເອົາໃຈໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ, ສືບຕໍ່ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວເມືອງໃຫ້ມີຄວາມສະຫງົບປອດໄພຮອບດ້ານ, ເພື່ອທະວີການກວດກາລາດຕະເວນໃຫ້ມີຄວາມເຂັ້ມງວດ, ເອົາໃຈໃສ່ແກ້ໄຂຈຸດທີ່ມີຄວາມສ່ຽງດ້ານອາຊະຍາກຳ ແລະອື່ນໆ, ສືບຕໍ່ເພີ່ມທະວີການລົງຕິດຕາມກວດກາອາຫານທີ່ມີສານປົນເປື້ອນ, ໝົດອາຍຸຕາມທ້ອງຕະຫຼາດ ເພື່ອເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໝົດໄປຈາກສັງຄົມ.