ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ເພື່ອຕີລາຄືນການເຄື່ອນໄຫວຊີ້ນໍາ-ນໍາພາຄະນະຊາວໜຸ່ມຊຸດເກົ່າ ພ້ອມທັງເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ໃນວັນທີ 29 ມີນາ 2019 ໂດຍການເປັນປະທານຂອງ ພັອ ຄໍາຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີ ພັອ ພິມມະສອນ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ຄະນະຊາວໜຸ່ມ, ບັນດາຜູ້ແທນຊາວໜຸ່ມອ້ອມຂ້າງກົມ ເຂົ້າຮ່ວມ.

ພັທ ແສງທອງ ສຸພາພົງ ເລຂາຊາວໜຸ່ມກົມໃຫຍ່ຕໍາຫຼວດ ກ່າວວ່າ:

ຕະຫຼອດໄລຍະ 4 ປີຜ່ານມາ ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ຕໍາຫຼວດ ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຕາມສິດໜ້າທີ່, ພາລະບົດບາດຂອງຕົນ ໂດຍສຸມໃສ່ວຽກງານເກັບກໍາຂໍ້ມູນວຽກງານສືບຂ່າວ ແລະ ຂຶ້ນບັນຊີເປົ້າໝາຍຄະດີອາຍາປະເພດຕ່າງໆ ໂດຍສົມທົບກັບ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາ ປກສ ແຂວງ ໃນທົ່ວປະເທດ ສາມາດຂຶ້ນບັນຊີເປົ້າໝາຍ ໄດ້ 278 ເປົ້າໝາຍ; ຫັນເອົາກໍາລັງລົງເຮັດວຽກງານໂຄສະນາວຽກງານວິຊາສະເພາະຕ່າງໆ ເຊັ່ນ: ວຽກງານຢາເສບຕິດ, ວຽກງານຈະລາຈອນ, ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພອື່ນໆ ໄດ້ທັງໝົດ 150 ຄັ້ງ; ເອົາໃຈໃສ່ເຮັດວຽກສຶກສາອົບຮົມຕໍ່ຜູ້ລະເມີດກົດລະບຽບຈະລາຈອນ ໄດ້ທັງໝົດ 2.700 ຄົນ ຍິງ 890 ຄົນ; ສຸມໃສ່ສະກັດກັ້ນໃນການຂຶ້ນບັນຊີຮ້ານບັນເທີງ, ໂຮງແຮມ, ຂຶ້ນບັນຊີເປົ້າໝາຍຄ້າມະນຸດໃນຂອບເຂດ ທົ່ວປະເທດ ໄດ້ 150 ຄົນ ຍິງ 98 ຄົນ; ໃນນັ້ນມີຄົນຕ່າງປະເທດ ຈໍານວນ 15 ຄົນ ຍິງ 19 ຄົນ; ສຸມໃສ່ມ້າງກຸ່ມແກ້ງເຄື່ອນໄຫວຜະລິດ, ຂົນສົ່ງ, ຄ້າຂາຍ, ເຄືອຄ່າຍເປົ້າໝາຍຄ້າ-ຂາຍຢາເສບຕິດລາຍຍ່ອຍ ແລະ ລາຍໃຫຍ່ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 992 ເລື່ອງ, ຈັບຜູ້ຖືກຫາໄດ້ 1.478 ຄົນ ຍິງ 285 ຄົນ, ຕ່າງປະເທດ 45 ຄົນ ຍິງ 5 ຄົນ;

ວຽກງານແກ້ໄຂຕ້ານອາຊະຍາກໍາທົ່ວໄປໄດ້ດໍາເນີນຄະດີອາຍາທົ່ວໄປ ໃນທົ່ວປະເທດ ຈໍານວນ 776 ເລື່ອງ, ມີຜູ້ຖືກຫາ 590 ຍິງ 15 ຄົນ ດໍາເນີນສໍາເລັດ 377 ເລື່ອງ, ຜູ້ຖືກຫາ 428 ຄົນ ຍິງ 15 ຄົນ ເທົ່າກັບ 48,58% ; ໄດ້ສຸມໃສ່ແກ້ໄຂ ແລະ ຄົ້ນຄວ້າຄໍາຮ້ອງຟ້ອງຄະດີເສດຖະກິດ ທັງໝົດ 148 ເລື່ອງ ແກ້ໄຂສໍາເລັດ 102 ເລື່ອງ ເທົ່າກັບ 68,91%; ສະກັດກັ້ນ ແລະ ແກ້ໄຂບັນຫາຄ້າ ມະນຸດ ໄດ້ດໍາເນີນຄະດີເກົ່າ ແລະ ໃໝ່ທົ່ວປະເທດ ຈໍານວນ 92 ເລື່ອງ, ຜູ້ຖືກຫາ 127 ຄົນ ຍິງ 64 ຄົນ, ດໍາເນີນສໍາເລັດ 61 ເລື່ອງ ເທົ່າກັບ 66,30% ແລະ ໄດ້ດໍາເນີນແກ້ໄຂຄະດີອຸບັດຕິເຫດສໍາເລັດ 3.043 ເລື່ອງ ເທົ່າກັບ 91,49%.

ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ຕໍາຫຼວດ ສະໃໝທີ IX ຊຸດໃໝ່ ໂດຍມີຜູ້ລົງເລືອກຕັ້ງ ທັງໝົດ 18 ສະຫາຍ ເລືອກເອົາ 15 ສະຫາຍ. ໂດຍກອງປະຊຸມໄດ້ເປັນເອກະສັນເລືອກເອົາສະຫາຍ ພັທ ແສງທອງ ສຸພາພົງ ເປັນເລຂາ, ພັທ ຄໍາສະຫວັນ ສຸທໍາມະວົງ ແລະ ພັຕ ວຽງທອງ ໄຊຍະຈັນ ເປັນຮອງເລຂາ, ຮອ ສົມພອນ ບຸນພະຈັນ ເປັນປະທານກວດກາ, ຮອ ພູໄທ ວົງສະພັງທອງ ເປັນຮອງ ປະທານກວດກາ ແລະ ອີກ 10 ສະຫາຍ ເປັນຄະນະ.