ສຳມະນາ "ປຽນວິທີຄິດເພື່ອຄວາມສຳເລັດຂອງອົງກອນ"

ສູນການສຶກສາ ໄອແຄນດູ ເຊິ່ງເປັນສູນການສຶກສານອກໂຮງຮຽນ ຮ່ວມກັບສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ໄດ້ຈັດສຳມະນາຫົວຂໍ້: “ປ່ຽນວິທີຄິດເພື່ອຄວາມສຳເລັດຂອງອົງກອນ” ໃນ ວັນທີ 30 ມີນາ 2019 ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ເຂົ້າຮ່ວມເປັນ ປະທານໂດຍ ທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ອາຈານ ດາວເດືອນ ເຮືອງສະຫວັດ ປະທານຜູ້ຮ່ວມກໍ່ຕັ້ງສູນການສຶກສາ ໄອແຄນດູ ທັງ ເປັນວິທະຍາກອນ ພ້ອມດ້ວຍບັນດານັກສຳມະນາກອນຈາກ 50 ກວ່າບໍລິສັດ ທີ່ເປັນສະມາຊິກຂອງສະພາການຄ້າເຂົ້າຮ່ວມ.

ທ່ານ ພູໄຊ ເທບພະວົງ ກ່າວ ວ່າ:

ເພື່ອເປັນການປະກອບສ່ວນ ແລະ ມີສ່ວນຮ່ວມໃນວຽກງານການສົ່ງເສີມ ແລະ ພັດທະນາສະມາຊິກ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈຶ່ງໄດ້ຮ່ວມກັນຈັດງານສຳມະນາຂຶ້ນພາຍໃຕ້ ຫົວຂໍ້: “ປ່ຽນວິທີຄິດເພື່ອຄວາມສຳເລັດຂອງອົງກອນ” ແນໃສ່ບຸກຄະລາກອນພາຍໃນອົງກອນຂອງແຕ່ລະບໍລິສັດມີຄວາມເຂັ້ມແຂງ, ມີວີທີຄິດທີ່ຖືກຕ້ອງ, ມີທັດສະນະຄະຕິທີ່ດີ ສາມາດຊ່ວຍເຮັດໃຫ້ອົງກອນເຂັ້ມແຂງ, ເຕີບໃຫຍ່ ແລະ ປະສົບຜົນສໍາເລັດໄດ້ໄວອີກດ້ວຍ.

ໂອກາດດຽວກັນ, ທ່ານ ອຈ ດາວເດືອນ ເຮືອງສະຫວັດ ໄດ້ກ່າວ ວ່າ:

ທຸກການປ່ຽນແປງເພື່ອສິ່ງທີ່ດີກວ່າ ແມ່ນຕ້ອງປ່ຽນວິທີຄິດໃໝ່, ປັບທັດສະນະຄະຕິໃໝ່ໃຫ້ແກ່ພະນັກງານໃນອົງກອນ ເພື່ອຄຸນນະພາບຂອງການເຮັດວຽກໃນອົງກອນໃຫ້ມີຄຸນນະພາບທີ່ດີຂຶ້ນ; ເຊິ່ງຫົວຂໍ້ທີ່ນຳມາສຳມະນາໃນຄັ້ງນີ້ແມ່ນມາຈາກປະສົບການ, ອີງຕາມຫຼັກສູດມາດຕະຖານຂອງສູນການສຶກສາ ໄອແຄນດູ ທີ່ຈະສາມາດຊ່ວຍໃນການພັດທະນາອົງກອນ ແລະ ບໍລິສັດ, ຫ້າງຮ້ານຕ່າງໆໃຫ້ປະສົບຜົນສຳເລັດໄດ້ຢ່າງແນ່ນອນ.

ການສຳມະນາຄັ້ງນີ້ ເປັນພຽງພື້ນຖານເລີ່ມຕົ້ນກ່ຽວກັບການປ່ຽນວິທີຄິດເພື່ອຄວາມສຳເລັດຂອງອົງກອນ; ເຊິ່ງທາງສູນ ແລະ ສະພາການຄ້າຍັງຈະມີການສຳມານາຫົວຂໍ້ດັ່ງກ່າວ ແລະ ຫົວຂໍ້ອື່ນໆທີ່ກ່ຽວຂ້ອງຢ່າງລະອຽດຕື່ມ; ຫາກບໍລິສັດໃດມີຄວາມສົນໃຈເຂົ້າຮ່ວມ ນຳເອົາຫຼັກສູດຂອງສູນການສຶກສາ ໄອແຄນດູ ເຂົ້າໄປປັບປຸງພັດທະນາລະບົບການເຮັດວຽກ ໃນອົງກອນໃຫ້ດີຂຶ້ນ ກໍສາມາດຕິດຕໍ່ສອບຖາມໄດ້ທີ່: ສູນການສຶກສາ ໄອແຄນດູ ( ຫ້ອງການໄອເຕັກມໍຊັ້ນ 4 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ), ໂທ: 020 5547 9961 ແລະ ເຟສບຸກ: I can do academy.