ອວຍພອນກົມໃຫຍ່ການເມືອງ ປກສ ໂອກາດວັນສ້າງຕັ້ງກຳລັງ ປກສ 58 ປີ

ຄະນະນຳກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ ນໍາໂດຍ ພົຈວ ຜາລົມ ລິນທອງ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນຄະນະນຳ-ຄະນະບັນຊາກົມໃຫຍ່ການເມືອງ ກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ໃນວັນທີ 1 ເມສາ ຜ່ານມາ ກ່າວຮັບໂດຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ.

ພົຈວ ຜາລົມ ລິນທອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ກໍາລັງປ້ອງກັນຄວາມສະຫງົບ  ທີ່ຍາດໄດ້ຫຼາຍຜົນງານຜ່ານມາ; ເປັນຕົ້ນແມ່ນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນກອງປະຊຸມ, ງານບຸນ, ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ແມ່ນມີຄວາມເປັນລະບຽບຮຽບຮ້ອຍ ເປັນຢ່າງດີ; ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ທີ່ຈະມາຮອດໃນມໍ່ໆນີ້ ຂໍອວຍພອນໄຊໃຫ້ກໍາລັງປ້ອງກັນຄວາມສະຫງົບທຸກສະຫາຍ ເວົ້າລວມ, ເວົ້າສະເພາະພະນັກງານ-ນັກຮົບກົມໃຫຍ່ການເມືອງ ປກສ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ພ້ອມກັນປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສໍາເລັດຍິ່ງໆຂຶ້ນໄປ.

ໂອກາດດຽວກັນ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຕາງໜ້າໃຫ້ຄະນະນຳຕະຫຼອດຮອດພະນັກງານ-ນັກຮົບ ກົມໃຫຍ່ການເມືອງ ປກສ ທຸກສະຫາຍສະແດງຄວາມຂອບໃຈ ຄະນະນຳກົມໃຫຍ່ການເມືອງ ກອງທັບ ທີ່ເຂົ້າມາອວຍພອນໃນຄັ້ງນີ້, ເພື່ອພ້ອມກັນຮັກສາມູນເຊື້ອສາມັກຄີຮັກແພງເຊິ່ງກັນ ແລະ ກັນແບບນີ້ຕະຫຼອດໄປ ຂໍອວຍພອນໃຫ້ບັນດາທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຈະເລີນໃນໜ້າທີ່ວຽກງານ, ມີຄວາມສຸກສ່ວນຕົວ ແລະ ຄອບຄົວ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:  ເນື່ອງໃນໂອກາດວັນສຳຄັນດັ່ງກ່າວ, ກົມນະໂຍບາຍກອງທັບ ແລະ ຫ້ອງ ການເມືອງກອງທັບ ໄດ້ນໍາກະຕ່າດອກໄມ້ເຂົ້າອວຍພອນກົມນະໂຍບາຍ ແລະ ຫ້ອງການເມືອງກົມ ໃຫຍ່ການເມືອງ ກະຊວງ ປກສ ໃນວັນທີ 29 ມີນາ 2019 ນໍາໂດຍ ພົຈວ ສີທາ ດວງມາລາ ຫົວໜ້າກົມນະໂຍບາຍກອງທັບ ແລະ ພັອ ຄໍາຍິນ ຄໍາວົງສາ ຮອງຫົວໜ້າ ຫ້ອງການເມືອງກອງທັບ ແລະ ຕ້ອນຮັບໂດຍ ພັທ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ແລະ ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ.