ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດກອງປະຊຸມປຶກສາຫາລືວຽກງານປ້ອງກັນຄວາມສະຫງົບ ໃຫ້ທະນາຄານ, ສະຖາບັນການເງິນຈຸລະພາກ ແລະ ຮ້ານແລກປ່ຽນເງິນຕາ ທົ່ວເມືອງສີສັດຕະນາກ ໃນວັນທີ 17 ສິງຫາ 2018, ເປັນປະທານໂດຍ ພັທ ດວງຈັນ ວັນນະຫົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ, ມີຫົວໜ້າ-ຮອງພະແນກສັນຕິບານ ປກສ, ນາຍບ້ານພະນັກງານຈາກສະຖາບັນຕ່າງໆ ອ້ອມຂ້າງເມືອງສີສັດຕະນາກ ເຂົ້າຮ່ວມ.

ດັ່ງນັ້ນ, ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພທາງດ້ານສັງຄົມ ໂດຍສະເພາະແມ່ນ ຜູ້ທີ່ປະກອບທຸລະກິດທາງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວເມືອງສີສັດຕະນາກ ໃຫ້ມີຄວາມສະດວກສະບາຍ, ໜັ້ນຄົງ, ມີຄວາມສະຫງົບປອດໄພ, ບໍ່ໃຫ້ກຸ່ມຄົນທີ່ບໍ່ດີສວຍໂອກາດຊ່ອງຫວ່າງເຄື່ອນໄຫວປຸ້ນຈີ້-ຊີງຊັບ ຢູ່ຕາມສະຖານທີ່ດັ່ງກ່າວ. ສະນັ້ນ, ບັນດາຫົວໜ່ວຍທຸລະກິດບໍລິການຕ່າງໆ ຕ້ອງມີກຳລັງໜ່ວຍປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນແມ່ນ ກຳລັງເຈົ້າໜ້າທີ່ຕໍາຫຼວດ, ລັດວິສາຫະກິດບໍລິການຄວາມປອດໄພ ( ລປພ ) ເຊິ່ງມີໜ້າທີ່ຕິດຕາມ, ເຝົ້າລະວັງ, ກວດກາ, ປ້ອງກັນສະຖານທີ່, ກຽມພ້ອມທຸກເວລາຕະຫຼອດ 24 ຊົ່ວໂມງ ດ້ວຍຄວາມຮັບຜິດຊອບສູງ ເມື່ອເວລາມີເຫດເກີດຂຶ້ນຕ້ອງແກ້ໄຂໃຫ້ທ່ວງທັນກັບເຫດການ.

ພັຕ ບຸນທະວີ ແສງປະທຸມວັນ ຫົວໜ້າພະແນກສັນຕິບານ ກ່າວວ່າ: ປັດຈຸບັນ, ທົ່ວເມືອງສີສັດຕະນາກ ມີທະນາຄານ 2 ແຫ່ງ, ສາຂາບໍລິການ 19 ແຫ່ງ, ສະຖາບັນການເງິນຈຸລະພາກ 4 ແຫ່ງ, ຮ້ານແລກປ່ຽນເງິນຕາ 9 ແຫ່ງ; ອີງຕາມຄຳສັ່ງແນະນຳຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1470/ປກສ ລົງວັນທີ 11 ພະຈິກ 2013 ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ກອງປະຊຸມ ພັທ ດວງຈັນ ວັນນະຫົງ ຍັງໄດ້ເນັ້ນໃຫ້ພະນັກງານປ້ອງກັນຢູ່ຕາມສະຖານທີ່ຫົວໜ່ວຍທຸລະກິດ ແລະ ການບໍລິການຕ່າງໆ ຕ້ອງໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນທີ່ຂັ້ນເທິງມອບໝາຍໃຫ້, ຮັບປະກັນຄວາມປອດໄພ, ເອົາໃຈໃສ່ຕິດຕາມກວດກາວຽກງານຢູ່ທະນາຄານ, ສະຖາບັນການເງິນ, ຮ້ານແລກປ່ຽນເງິນຕາ ພ້ອມທັງປະ ສານສົມທົົບລະຫວ່າງເຈົ້າໜ້າທີ່ ແລະ ເຈົ້າຂອງທຸລະກິດ ໃຫ້ແໜ້ນແຟ້ນເຮັດໃຫ້ການປະຕິບັດໜ້າທີ່-ວຽກງານຕົວຈິງມີປະສິດທິຜົນ.