ເມືອງສີສັດຕະນາກ ປະກາດການຈັດຕັ້ງຂັ້ນເມືອງ

0
1449

ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນເມືອງ ໃນວັນທີ 17 ສິງຫາ 2020 ເຂົ້າຮ່ວມໂດຍ ທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ, ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງໆສີສັດຕະນາກ, ມີບັນດາຄະນະພັກເມືອງ, ຫົວໜ້າຫ້ອງການ, ພະແນກ, ຫ້ອງ, ພະນັກງານຫຼັກແຫ່ຼງ ເຂົ້າຮ່ວມ.

ທ່ານ ວິໄລກອນ ສູນດາລາ ຫົວໜ້າຄະນະຈັດຕັ້ງ ເມືອງສີສັດຕະນາກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ເຈົ້າຄອງນະຄອນຫຼວງວຽງຈັນ ເລກທີ 507/ຈນວ ວ່າດ້ວຍ ການແຕ່ງຕັ້ງ ຮອງເຈົ້າເມືອງໆສີສັດຕະນາກ ແລະ ຂໍ້ຕົກລົງຂອງ ເຈົ້າເມືອງສີສັດຕະນາກ ເລກທີ 177, 178 ແລະ 179 ລົງວັນທີ 14 ສິງຫາ 2020 ວ່າດ້ວຍ ການແຕ່ງຕັ້ງ ປະທານແນວລາວສ້າງຊາດ ເມືອງສີສັດຕະນາກ, ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າຄະນະໂຄສະນາອົບຮົມ ເມືອງສີສັດຕະນາກ ແລະ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າຄະນະຈັດຕັ້ງ ເມືອງສີສັດຕະນາກ.

ໃນນີ້, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ:

  • ທ່ານ ປອ ທິນນະກອນ ທອງຄໍາ ນາຍບ້ານໆວັດນາກ ເປັນ ຮອງເຈົ້າເມືອງໆສີສັດຕະນາກ

ດ້ານເຈົ້າເມືອງໆສີສັດຕະນາກ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ:

  • ທ່ານ ວິໄລກອນ ສູນດາລາ ຫົວໜ້າຄະນະຈັດຕັ້ງເມືອງ ເປັນ ຫົວໜ້າແນວລາວສ້າງຊາດເມືອງ
  • ທ່ານ ບຸນສົມ ລໍາໂຂງ ຮອງຫົວໜ້າແນວລາວສ້າງຊາດ ເປັນ ຫົວໜ້າຄະນະໂຄສະນາອົບຮົມ
  • ທ່ານ ດວງເດືອນ ວົງນະລາດ ຫົວໜ້າຄະນະໂຄສະນາອົບຮົມເມືອງ ເປັນ ຫົວໜ້າຄະນະຈັດຕັ້ງ ເມືອງສີສັດຕະນາກ