ປກສ ກຸ່ມສວນມອນ-ປກສ ກຸ່ມວັດນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ກວດກາຄົນເຂົ້າ-ອອກພາຍໃນບ້ານທຸກວັນຢ່າງເຂັ້ມງວດ ຈົນກວ່າຄໍາສັ່ງເລດທີ 06/ນຍ ຈະມີການປ່ຽນແປງ ເພື່ອຮັບປະກັນໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ທີ່ຂຶ້ນກັບ ກຸ່ມສວນມອນ-ວັດນາກ ມີຄວາມປອດໄພ ຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ພັທ ຄໍາເຜີຍ ຈິດຕະວົງ ຫົວໜ້າ ປກສ ກຸ່ມສວນມອນ, ທ່ານ ວົງສີ ສຸລິຍະແສງ ຮອງນາຍບ້ານທົ່ງພານທອງ ກຸ່ມວັດນາກ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 26 ເມສາ 2020 ວ່າ:

ພາຍຫຼັງທີ່ ປກສ ກຸ່ມສວນມອນ-ປກສ ກຸ່ມວັດນາກ ໄດ້ຮັບຄໍາສັ່ງແຈ້ງການເລກທີ 06/ນຍ ກໍໄດ້ມີການເຕົ້າໂຮມກຳລັງ ປກສ ພາຍໃນກຸ່ມ ສົມທົບກັບ ພະນັກງານລົງກໍ່ສ້າງຮາກຖານ ແລະ ອໍານາດການປົກຄອງແຕ່ລະບ້ານ ທີ່ຂຶ້ນກັບ ເພື່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ທີ່ໄດ້ຮັບການມອບໝາຍ ຄື:

ໄດ້ນໍາພາອອກກວດກາລາດຕະເວນຕາມຂອບເຂດທີ່ຕົນເອງຮັບຜິດຊອບ ແລະ ຈຸດທີ່ມີຄວາມສ່ຽງຕ່າງໆ, ໄດ້ເຮັດບົດບັນທຶກສັນຍາກັບບັນດາຫ້າງຮ້ານທີ່ມີຄວາມສ່ຽງ ໂດຍສະເພາະແມ່ນ ຮ້ານນວດ,​ ຮ້ານເກມ, ຮ້ານກິນດື່ມ, ຮ້ານອາຫານ,​ ບ້ານພັກ-ໂຮງແຮມ, ຫ້ອງແຖວ…

ເຊິ່ງຜ່ານການລົງກວດກາຕົວຈິງ ເຫັນວ່າ: ປະຊາຊົນພາຍໃນກຸ່ມ ແມ່ນໄດ້ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ.

ຕໍ່ກັບຄອບຄົວທີ່ຢູ່ລຽບຕາມແມ່ນໍ້າຂອງ ຊາຍແດນລາວ-ໄທ ກໍໄດ້ມີການແນະນໍາໃຫ້ແຕ່ລະຄອບຄົວຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ຄື ມີການຕິດຕາມກຸ່ມຄົນບໍ່ດີ ທີ່ອາດມີການລັກຂ້າມຈຸດຂ້າມລອຍເຂົ້າມາ. ຄຽງຄູ່ກັນນັ້ນ, ບັນດາພະນັກງານ ປກສ ພາຍໃນກຸ່ມ,​ ພະນັກງານກໍ່ສ້າງຮາກຖານ ກໍໄດ້ມີການປະຈໍາການໃນແຕ່ລະວັນ ແລະ ໄດ້ມີການຕັ້ງດ່ານກວດກາຄົນເຂົ້າອອກພາຍໃນບ້ານ ທີ່ຂຶ້ນກັບກຸ່ມ ຄື ຜູ້ທີ່ຈະອອກຈາກບ້ານຕ້ອງໄດ້ມີໜັງສືຢັ້ງຢືນຈາກບ້ານ,​ ໃສ່ຜ້າປິດປາກ, ຜູ້ທີ່ຈະເຂົ້າກໍເຊັ່ນກັນ, ຖ້າຝ່າຝືນກໍຈະຖືກສຶກສາອົບຮົມເຮັດບົດບັນທຶກກ່າວເຕືອນ ທັງນີ້ກໍເພື່ອປ້ອງກັນໂຕເອງ ແລະ ຮັບປະກັນໃຫ້ແກ່ຄົນອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າ ປກສ ກຸ່ມສວນມອນ ແລະ ທ່ານຮອງນາຍບ້ານທົ່ງພານທອງ ຍັງໄດ້ຮຽກຮ້ອງມາຍັງອົງການຈັດຕັ້ງຂອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານ-ພາຍໃນກຸ່ມ, ບັນດາຫົວໜ້າທຸລະກິດຫ້າງຮ້ານ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການປ້ອງກັນ, ຈົ່ງເປັນເຈົ້າການນໍາກັນໃນການປະຕິບັດຄໍາສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ ຈົນກວ່າຈະມີການປ່ຽນແປງ.