ກອງປະຊຸມລັດຖະມົນຕີອາຊຽນ

ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະນຳກະຊວງ ໄດ້ສໍາເລັດການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 12 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 29 ຕຸລາ-2 ພະຈິກ 2018 ຢູ່ທີ່ເນປີດໍ ປະເທດມຽນມາ ຕາມຮອບວຽນຂອງອາຊຽນ, ໂດຍມີບັນດາລັດຖະມົນຕີ 10 ປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີປະເທດຄູ່ເຈລະຈາທີ່ຮັບຜິດຊອບວຽກງານຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 12 ເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ລວມມີທັງໝົດ 8 ກອງປະຊຸມ, ເຊິ່ງບັນດາລັດຖະມົນຕີປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາ ໄດ້ແລກປ່ຽນທັດສະນະກ່ຽວກັບຄວາມພະຍາຍາມລະດັບຊາດ, ພາກພື້ນ ແລະ ສາກົນ ໃນການຕ້ານອາຊະຍາກຳຂ້າມຊາດ, ພ້ອມທັງໄດ້ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນວຽກງານທີ່ໄດ້ຄົ້ນຄວ້າໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 18 ແລະ ສະເໜີກອງປະຊຸມຮັບຮອງເອົາມີຄື: ຮັບຮອງເອົາແຜນປະຕິບັດງານອາຊຽນ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການເພີ່ມຂຶ້ນຂອງລັດທິນິຍົມຄວາມຮຸນແຮງ ແລະ ລັດທິຫົວຮຸນແຮງ; ພາລະບົດບາດຂອງກອງປະຊຸມໜ່ວຍງານວິຊາການ ວ່າດ້ວຍ ການຕ້ານການຄ້າອາວຸດຂອງ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ; ແຜນວຽກຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ປີ 2019-2021 ເພື່ອຈັດຕັ້ງປະຕິບັດແຜນງານອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ປີ 2016-2025 ແລະ ຮັບຮອງເອົາຖະແຫຼງການຮ່ວມມືຂອງ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ 4 ສະບັບ.

ສຳລັບກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 13 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ຈະໄດ້ຈັດຂຶ້ນຢູ່ປະເທດໄທ ໃນຄັ້ງຕໍ່ໄປຕາມຮອບວຽນຂອງອາຊຽນ ເພື່ອເປັນການປະຕິບັດຕາມແຜນການຈັດຕັ້ງປະຕິບັດຮ່ວມກັນໃນແຕ່ລະປີ ໃຫ້ມີຜົນສຳເລັດ ແລະ ມີປະສິດທິພາບສູງສຸດ.