ກອງປະຊຸມແລກປ່ຽນບົດຮຽນວຽກງານຄຸມຂັງ-ດັດສ້າງ

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກົມປະພຶດ  ກະຊວງຍຸຕິທໍາ ແຫ່ງຣາຊະອານາຈັກໄທ ຮ່ວມກັນຈັດກອງປະຊຸມແລກປ່ຽນບົດຮຽນວຽກງານຄຸມຂັງ-ດັດສ້າງ ຂຶ້ນໃນວັນທີ 7 ພະຈິກ 2018, ຢູ່ຄ້າຍຄຸມຂັງໂພນຕ້ອງ ນະຄອນຫຼວງວຽງຈັນ ສປປ ລາວ, ຝ່າຍລາວນໍາໂດຍ ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າ
ກົມຕໍາຫຼວດຄຸມຂັງ-ດັດສ້າງ, ຝ່າຍຣາຊະອານາຈັກໄທ ນໍາໂດຍ ທ່ານ ປຣະສານ ມາຫາລີ້ຕຣະກຸນ ອະທິການບໍດີກົມຄຸມປະພຶດ, ມີຄະນະຜູ້ແທນທັງສອງພາກສ່ວນ ເຂົ້າຮ່ວມ.

ພັອ ສົມລິດ ດາວຮຸ່ງສຸລິ

ກອງປະຊຸມຄັ້ງນີ້, ທັງສອງຝ່າຍ ໄດ້ຂຶ້ນລາຍງານສະພາບການວຽກງານຂອງຕົນໃຫ້ກັນໄດ້ຮັບຮູ້ໂດຍຫຍໍ້ ເປັນຕົ້ນແມ່ນພາລະບົດບາດ, ສິດໜ້າທີ່, ການຄຸ້ມຄອງນັກໂທດ, ຜູ້ຖືກຫານັບແຕ່ຢູ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ການສຶກສາອົບຮົມ, ຝຶກວິຊາອາຊີບ ແລະ ການວາງລະບຽບການ, ມາດຕະການຕ່າງໆຢູ່ໃນຄ້າຍຄຸມຂັງ-ດັດສ້າງ.

ລາວ-ໄທ ແລກປ່ຽນບົດຮຽນ

ຫຼັງຈາກນັ້ນ, ທັງສອງຝ່າຍກໍ່ໄດ້ພ້ອມກັນຄົ້ນຄວ້າສ້າງນິຕິກໍາ, ລະບຽບການທີ່ພົວພັນເຖິງວຽກງານຄຸມຂັງ-ດັດສ້າງ, ການນໍາໃຊ້ມາດຕະການທາງດ້ານກົດໝາຍໃນການຄຸ້ມຄອງ, ປ້ອງກັນ, ສຶກສາອົບຮົມ, ດັດສ້າງນັກໂທດໃນຄວາມຮັບຜິດຊອບຂອງຕົນຕາມແນວທາງນະໂຍບາຍຂອງພັກ, ການຕິດຕາມ, ຊຸກຍູ້ການປະຕິບັດລະບຽບການ ແລະ ການປ້ອງກັນເວນຍາມນັກໂທດຢູ່ບັນດາຄ້າຍຄຸມຂັງ ເພື່ອຮັບປະກັນຄວາມປອດໄພ, ຄົ້ນຄວ້າວາງແຜນຍຸດທະສາດ, ແຜນການ, ແຜນງານແລະ ໂຄງການໃນການກໍ່ສ້າງປັບປຸງ ແລະ ພັດທະນາວຽກງານຄຸມຂັງ-ດັດສ້າງ, ຄົ້ນຄວ້າບັນດາເນື້ອໃນ, ວິທີການສຶກສາອົບຮົມ ແລະ ຝຶກວິຊາອາຊີບໃຫ້ນັກໂທດດ້ວຍຫຼາຍຮູບການ ແລະ ແທດເໝາະກັບແຕ່ລະເປົ້າໝາຍ ເພື່ອໃຫ້ເຂົາ
ເຈົ້າຫັນປ່ຽນແນວຄິດ ແລະ ທັດສະນະທີ່ບໍ່ຖືກຕ້ອງກາຍມາເປັນພົນລະເມືອງດີຂອງສັງຄົມ, ຄົ້ນຄວ້າສະເໜີປະຕິບັດນະໂຍບາຍດ້ານມະນຸດສະທໍາຕໍ່ນັກໂທດ ເຊັ່ນ: ການອະໄພຍະໂທດ, ຫຼຸດຜ່ອນໂທດ, ປ່ອຍຕົວ, ປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ, ການປິ່ນປົວ, ການພົບປະຢ້ຽມຢາມ, ຄົ້ນຄວ້າການຈັດຕັ້ງປະຕິບັດ, ການມອບ-ຮັບໂອນຕົວນັກໂທດແລະ ຜູ້ຖືກເຄາະຮ້າຍຂ້າມຜ່ານແດນຕາມການຕົກລົງຂອງຂັ້ນເທິງ.

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ – ກົມປະພຶດ ກະຊວງຍຸຕິທໍາ ແຫ່ງຣາຊະອານາຈັກໄທ