ກົມຕໍາຫຼວດສາກົນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ

ກົມຕໍາຫຼວດສາກົນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເປີດໂຄງການຂະຫຍາຍລະບົບຖານຂໍ້ມູນ I-24/7 ຂຶ້ນໃນວັນທີ 8 ພະຈິກ 2018, ເປັນປະທານໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ ແລະ ທ່ານ ນາງ ໂຮໄຮມາ ແອນເດຍນີ້ ຫົວໜ້າພະແນກສະໜັບສະໜູນວຽກງານຕໍາຫຼວດສາກົນ ໃນພາກພື້ນ ແລະ ສາກົນ, ມີເອກອັກຄະຣາຊະທູດ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທໍາມະສິດ ກ່າວວ່າ: 

ໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ໃນມູນຄ່າ 700.000 ໂດລາ ເຊິ່ງເປັນໂຄງການທີ່ມີເປົ້າໝາຍເສີມສ້າງຄວາມສາມາດດ້ານການບັງຄັບໃຊ້ກົດໝາຍ ແລະ ການປ້ອງກັນຄວາມສະຫງົບຕາມຊາຍແດນ ໃນການຍົກສູງການເຊື່ອມຕໍ່ລະບົບສື່ສານດ້ານຄວາມປອດໄພຂອງຕໍາຫຼວດສາກົນ ຫຼື ລະບົບ I-24/7 ໃຫ້ກັບປະເທດລາວ ເພື່ອປ້ອງກັນອາຊະຍາກໍາຂ້າມຊາດ. 

ພົຕ ປອ ສົມຫວັງ ທໍາມະສິດ

ໃນນັ້ນ, ລວມທັງການກໍ່ການຮ້າຍໃນການກວດກາເອກະສານເດີນທາງຢູ່ດ່ານຊາຍແດນ ໂດຍອີງໃສ່ຖານຂໍ້ມູນຂອງຕໍາຫຼວດສາກົນກ່ຽວກັບອາຊະຍາກໍາສົງໄສ, ບຸກຄົນປະກາດຈັບ ແລະ ແຈ້ງເອກະສານຖືກລັກ ຫຼື ຕົກເຮ່ຍທີ່ໄດ້ຜ່ານລະບົບ I-24/7.

ມີ ເອກອັກຄະຣາຊະທູດ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ເຂົ້າຮ່ວມ

ໂອກາດນີ້, ພົຕ ປອ ສົມຫວັງ ທໍາມະສິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອທາງດ້ານງົບປະມານໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ເວົ້າລວມ, ເວົ້າສະເພາະກໍແມ່ນກົມຕໍາຫຼວດສາກົນ ເພື່ອຕອບສະໜອງກັບວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານຮັກສາຄວາມສະຫງົບຕາມຊາຍແດນຢູ່ໃນ ສປປ ລາວ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ.