ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນວັນທີ 6 ພະຈິກ 2018, ມີ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະພັກກອງບັນຊາການ, ຫົວໜ້າຫ້ອງ, ຮອງຫ້ອງອ້ອມຂ້າງ ປກສ ເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ

ພັອ ຄຳພົນ ສີຫາປັນຍາ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດການຊີ້ນຳ-ນໍາພາວຽກງານປ້ອງກັນຄວາມສະຫງົບ ໃນທົ່ວແຂວງສະຫວັນນະເຂດ, ເວົ້າສະເພາະແມ່ນຢູ່ກອງບັນຊາການ ປກສ ແຂວງ ເປັນຕົ້ນແມ່ນບັນຫາຄວາມບໍ່ສະຫງົບທາງດ້ານການເມືອງ, ບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ, ບັນຫາຊາຍແດນ, ບັນຫາສາສະໜາ ແລະອື່ນໆ, ເຊິ່ງບັນຫາທີ່ພົ້ນເດັ່ນກວ່າໜູ່ແມ່ນ ລັກຊັບພົນລະເມືອງ, ມົ້ວສຸມຢາເສບຕິດ (ຢາບ້າ) ແລະ ອຸບັດຕິເຫດຕາມຖະໜົນ, ເຊິ່ງໃນໄລຍະ 10 ເດືອນຜ່ານມາ ທົ່ວແຂວງ ມີຄະດີເກີດຂຶ້ນທັງໝົດ 1.356 ເລື່ອງ, ຜູ້ຖືກຫາ 1.038 ຄົນ ຍິງ 112 ຄົນ, ຄະດີອາຍາ 117 ເລື່ອງ, ຜູ້ຖືກຫາ 153 ເລື່ອງ, ຢຶດຂອງກາງຢາບ້າໄດ້ 445.000 ເມັດ, ມ້າງຄະດີຢາເສບຕິດໄດ້ 10 ເລື່ອງ, ມີ 795 ຄົນ, ອຸບັດຕິເຫດເກີດຂຶ້ນທັງໝົດ 672 ເລື່ອງ, ຖືກຫາ 47 ຄົນ, ເສຍຊີວິດ 107 ຄົນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນຕໍ່ກັບວຽກງານວິຊາສະເພາະຢ່າງກົງໄປ-ກົງມາ ແລະ ເລິກເຊິ່ງ.

ກອງບັນຊາການ ປກສ ແຂວງສະຫວັນນະເຂດ

ໂອກາດນີ້, ພົຕ ກົງທອງ ພົງວິຈິດ ໄດ້ຊີ້ນໍາ ແລະ ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ວຽກສຶກສາອົບຮົມການເມືອງນຳພາແນວຄິດ, ການຝຶກຝົນຫຼ່ໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ເປັນປົກກະຕິ, ພ້ອມເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ກໍ່ສ້າງກຳລັງໃຫ້ມີຄວາມຮູ້-ຄວາມສາມາດ ແລະ ຄວາມເຂັ້ມແຂງ ທາງດ້ານວຽກງານວິຊາສະເພາະ ພ້ອມທັງເປັນເຈົ້້າການໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດລົງເທື່ອລະກ້າວ.