ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກພະແນກຄຸ້ມຄອງຄົນຕ່າງປະເທດ ( ຄຕທ ) ແລະ ໜ່ວຍພັກພະແນກຕຳຫຼວດທ່ອງທ່ຽວ ( ຕທທ ) ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2018, ເປັນປະທານໂດຍ ພັທ ເຄນວອນ ລໍວັນໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງສັນຕິບານ, ມີ ພັທ ກົງຕີ ພຸດທະວົງ ຮອງເລຂາຄະນະພັກຮາກຖານ ມີຜູ້ແທນສົມບູນເຂົ້າຮ່ວມ.

ພັຕ ຄຳສອນ ພົມມະຈັນ ກຳມະການກວດກາ ໄດ້ຕາງໜ້າໃຫ້ຄະນະພັກ ຂຶ້ນຜ່ານບົດລາຍງານການເມືອງໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດໜ້າທີ່ວຽກງານຫຼາຍດ້ານ, ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ ໄດ້ຖືເອົາການສຶກສາອົບຮົມການເມືອງບແນວຄິດ ໂດຍການເຊື່ອມຊຶມເອກະສານທີ່ສຳຄັນຂອງພັກ-ລັດໃນຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບ ຕິດພັນກັບວຽກງານນະໂຍບາຍເປັນບັນຫາສຳຄັນຕົ້ນຕໍ, ມີລະບຽບວິໄນຕາມ 3 ທາດແທ້ 7 ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນ ຕໍ່ການນຳພາຂອງພັກ, ວຽກງານປັບປຸງກໍ່ສ້າງຂະຫຍາຍສະມາຊິກພັກສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ໄດ້ 18 ສະຫາຍ ຍິງ 7 ສະຫາຍ.

ໃນກອງປະຊຸມ ໃຫ້ຮູ້ວ່າ: ໃນ 3 ປີຜ່ານມາ, ທັງສອງໜ່ວຍພັກສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເຊັ່ນ: ໜ່ວຍພັກພະແນກ ຄຕທ ສາມາດຂຶ້ນທະບຽນ-ຕໍ່ບັດພັກເຊົາໄອດີຄຼາດ ໃຫ້ຄົນຕ່າງປະເທດໄດ້ 2.941 ຄົນ ຍິງ 783 ຄົນ ມີ 11 ສັນຊາດ, ລົງກວດກາຄົນຕ່າງປະເທດ 11 ຄັ້ງ ພົບເຫັນຄົນຕ່າງປະເທດ 19.299 ຄົນ ຍິງ 3.791 ຄົນ ມີ 35 ສັນຊາດ, ຜ່ານເອກະສານແຕ່ງງານໄດ້ 100 ຊຸດ ມີ 12 ສັນຊາດ, ຜ່ານເອກະສານຂໍຢູ່ລາວຖາວອນໄດ້10 ຊຸດ, ກວດກາຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວພັກເຊົາ ແລະ ດຳເນີນທຸລະກິດ, ກິດຈະການຕ່າງໆຢູ່ໃນໂຄງການ ແລະ ນອກໂຄງການທົ່ວແຂວງບໍລິຄໍາໄຊ ມີ 4.126 ຄົນ ຍິງ 477 ຄົນ ມີ 25 ສັນຊາດ ແລະ ມີຄະດີເກີດຂຶ້ນ 91 ເລື່ອງ, ໄດ້ແກ້ໄຂສໍາເລັດແລ້ວ. ສຳລັບໜ່ວຍພັກພະແນກ ຕທທ ໄດ້ລົງຕິດຕາມເຮືອສໍາລານ 11 ຄັ້ງ, ເກັບກໍາສະຖິຕິ ແຈ້ງພັກເຊົານັກທ່ອງທ່ຽວ ແລະ ຢ້ຽມຢາມຢູ່ພາຍໃນແຂວງ 2.793
ຄົນ ຍິງ 244 ຄົນ, ເກັບກໍາສະຖິຕິແຂກເຂົ້າມາພັກເຊົາຢູ່ໂຮງແຮມ, ເຮືອນພັກ 37 ຄັ້ງ, ປ້ອງກັນກອງປະຊຸມ ແລະ ນັກທ່ອງທ່ຽວ 25 ຄັ້ງ.

ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່, ມີຜູ້ລົງສະໝັກ ໜ່ວຍລະ 5 ສະຫາຍ ເລືອກເອົາ 3 ສະຫາຍ, ໃນນີ້ ໜ່ວຍພັກພະແນກ ຄຕທ ເລືອກໄດ້ ພັຕ ບຸນລ້ອມ ດາ
ລາສຸກ ເປັນເລຂາ, ພັຕ ອຸ່ນເຮືອນ ລາດສະໝຸດ ເປັນຮອງເລຂາ ແລະ ພັຕ ນາງ ສົມສະໝັກ ວໍລະບຸດ ເປັນກຳມະ
ການກວດກາ ແລະ ໜ່ວຍພັກພະແນກ ຕທທ ເລືອກໄດ້ ພັຕ ສົມບູນ ວົງນະລາດ ເປັນເລຂາ, ພັຕ ໄຂໝັ້ນ ພຸດທະວົງ ເປັນຮອງເລຂາ ແລະ ພັຕ ສົມພັນ ທອງ
ມາວັນ ເປັນກຳມະການກວດກາ.
ພັທ ເຄນວອນ ລໍວັນໄຊ ໄດ້ກ່າວ ສະແດງຄຳຍ້ອງຍໍຊົມເຊີຍຄະນະໜ່ວຍ ພັກຊຸດເກົ່າ ທີ່ຍາດຜົນງານ-ຜົນສຳເລັດ ຮອບດ້ານ ແລະ ໄດ້ເນັ້ນໃຫ້ຄະນະ ໜ່ວຍພັກຊຸດໃໝ່ ຈົ່ງພ້ອມກັນເອົາໃຈ ໃສ່ຊີ້ນຳ-ນຳພາຖອດຖອນບົດຮຽນແກ້ ໄຂຂໍ້ຄົງຄ້າງ ແລະ ຮັກສາມູນເຊື້ອເສີມ ຂະຫຍາຍຈຸດດີ ຍາດໄດ້ຜົນງານອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ.