ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ປະກາດສັບຊ້ອນກຳລັງປ້ອງການຄວາມສະຫງົບ ໄປປະຈຳການປ້ອງກັນ ແຕ່ລະຈຸດທີ່ກຳນົດໄວ້ຢູ່ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 2 ພະຈິກ 2018 ໂດຍການເຂົ້າຮ່ວມຂອງ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ມີຄະນະຮັບຜິດຊອບ, ຫົວໜ້າ-ຮອງຈຸ ຕະຫຼອດຮອດພະນັກງານທີ່ເຮັດວຽກງານປະຈຳຢູ່ເສັ້ນທາງລົດໄຟລາວ-ຈີນ ເຂົ້າຮ່ວມ.

ພັທ ຫອມ ວິພົນພູໄທ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງກອງບັນຊາການ ປກສ ແຂວງ ສະບັບເລກທີ 6787/ກປນທ ລົງວັນທີ 31 ຕຸລາ 2018 ວ່າ ດ້ວຍການຊັບຊ້ອນພະນັກງານທີ່ໄປ ປະຈຳການຢູ່ເສັ້ນທາງລົດໄຟ ລາວ- ຈີນ ໃນນັ້ນ ໄດ້ຕົກລົງສັບຊ້ອນພະນັກງານ ປະຈຳຢູ່ຈຸທີ 1 ຈຸດປ້ອງກັນສຳນັກງານໃຫຍ່ ບໍລິສັດຕັ້ງຢູ່ບ້ານນາເຕີຍ ປະກອບມີ ຮທ ທອນ ວາດທອງລື ເປັນຫົວໜ້າ, ຮຕ ອານັນ ທໍາມະວົງ ເປັນຮອງ ແລະ ຮຕ ສົມໄຊ ຫຼ້າຫຼວງພູມີ ເປັນຄະນະ, ຈຸທີ 2 ຈຸດປ້ອງກັນອຸມົງ ແລະ ແຄັມກຳມະ ກອນບ້ານຕີນຕົກ ປະກອບມີ ຮຕ ຕຸ້ຍສົມໃຈ ແກ້ວນົກກົດ ເປັນຫົວໜ້າ, ຮທ ສອນທະວີ ນະພາວັນ ເປັນຮອງ ແລະ ຮຕ ສະພາ ຈະເລີນ ສີ ເປັນຄະນະ, ຈຸທີ 3 ຈຸດປ້ອງກັນອຸ ໂມງ ແລະ ແຄັມກຳມະກອນບ້ານປ່າ ສັກ ປະກອບມີ ຮອ ສາຍຟອງ ຈະທະພອນ ເປັນຫົວໜ້າ, ສອ ສົມຮັກ ບາວ ຫຼວງປອງ ເປັນຮອງ ແລະ ຮຕ ແສງຈັນ ຄາພະຈັນ, ຈຸທີ 4 ຈຸດປ້ອງກັນອຸມົງມິດຕະພາບລາວ-ຈີນ ປະກອບມີ ພັຕ ສີເພັດ ມອງປະດິດ ເປັນຫົວໜ້າ, ຮຕ ກອງແກ້ວ ເທບປະທຸມ ເປັນຮອງ ແລະ ຮທ ພຸດ ສົມມະວົງ ເປັນຄະນະ.

ໂອກາດດັ່ງກ່າວ, ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບ ແຕ່ລະສະຫາຍ ຈົ່ງພ້ອມກັນສືບຕໍ່ເຮັດໜ້າ ທີ່ວຽກງານການເມືອງ-ແນວຄິດໃຫ້ເປັນ ປົກກະຕິຕໍ່ເນື່ອງ, ສືບຕໍ່ລະບຽບການຕ່າງໆໃຫ້ມີຄວາມເຂັ້ມງວດກວ່າເກົ່າ, ສືບຕໍ່ເກັບກຳການເໜັງຕີງບັນດາເປົ້າໝາຍທີ່ ເຄື່ອນໄຫວບໍ່ດີໃຫ້ຮັດກຸມ ແລະ ມີຜົນ ສຳເລັດ. ສຳລັບພະນັກງານທີ່ໄດ້ຮັບ ການສັບຊ້ອນໃນຄັ້ງນີ້ ກໍ່ໃຫ້ເພີ່ມທະວີປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ສຳເລັດຕາມລະດັບຄາດໝາຍທີ່ຂັ້ນເທິງມອບໝາຍໃຫ້.