ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ອວຍພອນຂອງ ທ່ານ ເຮີ ຢຸຍ (He Yu)

ໃນຕອນເຊົ້າຂອງວັນທີ 8 ພະຈິກ 2018, ພັທ ສົມໝາຍ ພົມມະຈັນ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ອວຍພອນຂອງ ທ່ານ ເຮີ ຢຸຍ (He Yu) ຮອງທູດທະຫານ ສປ ຈີນ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 57 ປີ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ສົມໝາຍ ພົມມະຈັນ – ທ່ານ ເຮີ ຢຸຍ (He Yu)

ໃນໂອກາດດັ່ງກ່າວ, ທ່ານ ເຮີ ຢຸຍ ໄດ້ນໍາເອົາກະຕ່າດອກໄມ້ມາມອບໃຫ້ ຄະນະພັກ-ຄະນະນໍາກອງບັນຊາການປ້ອງກັນສູນກາງ ເພື່ອສະແດງຄວາມເຄົາລົບ, ຄວາມຍິນດີ ແລະ ອວຍພອນໄຊຕໍ່ນາຍ-ພົນຕໍາຫຼວດ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງບັນຊາການປ້ອງກັນສູນກາງ ເນື່ອງໃນໂອກາດວັນສ້າງຕັ້ງກອງບັນຊາການປ້ອງກັນສູນກາງ ຄົບຮອບ 57 ປີ (11 ພະຈິກ 1961-11 ພະຈິກ 2018). ນອກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນກ່ຽວກັບວຽກງານທີ່ໄດ້ຮ່ວມມືກັນໃນໄລຍະຜ່ານມາ ແລະ ທ່ານຮອງທູດທະຫານ ສປ ຈີນ ປະຈໍາລາວ ຍັງໄດ້ກ່າວຕື່ມອີກວ່າ: ທາງທູດທະຫານ ສປ ຈີນ ພ້ອມທີ່ຈະຊ່ວຍເຫຼືອ, ສະໜັບສະໜູນ ແລະ ຕອບສະໜອງທາງດ້ານອຸປະກອນຕ່າງໆ ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ເພື່ອເຮັດໃຫ້ກໍາລັງປ້ອງກັນສູນກາງ ນັບມື້ນັບເຂັ້ມແຂງ ແລະ ໜັກແໜ້ນຂຶ້ນເປັນກ້າວໆ.

ກະຊວງ ປກສ – ທູດທະຫານ ສປ ຈີນ

ໂອກາດດຽວກັນນີ້, ພັທ ສົມໝາຍ ພົມມະຈັນ ຍັງໄດ້ກ່າວສະແດງສະແດງຄວາມຂອບໃຈຕໍ່ ທ່ານ ເຮີ ຢຸຍ ທີ່ລະນຶກເຖິງວັນສໍາຄັນຂອງພັກ-ຂອງຊາດ ກໍຄືວັນສ້າງຕັ້ງກອງບັນຊາການປ້ອງກັນສູນກາງ ຄົບຮອບ 57 ປີ ເຊິ່ງເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນ ແລະ ເປັນວັນແຫ່ງກຽດສັກສີ ພ້ອມທັງອວຍພອນໄຊໃຫ້ມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ຄອບຄົວມີຄວາມຜາສຸກ. ນອກນັ້ນ, ທ່ານຮອງກອງບັນຊາປ້ອງກັນສູນກາງ ຍັງໄດ້ມອບປະຕິທິນ ປະຈໍາປີ 2019 ພສ 2552 ໃຫ້ເປັນທີ່ລະນຶກອີກດ້ວຍ.

ລາວ – ຈີນ