ໃນລະຫວ່າງວັນທີ 12 ຕຸລາ-2 ພະຈິກ 2018, ກໍາລັງກໍ່ສ້າງຮາກຖານການເມືອງປະຈໍາກຸ່ມ IV ໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ລົງປະຕິບັດໜ້າທີ່ຢູ່ບ້ານຫົວຂົວ; ໃນນັ້ນ, ວຽກງານແກ້ໄຂຄວາມແອອັດການສັນຈອນ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດ ກໍເປັນວຽກງານໜຶ່ງທີ່ເຈົ້າໜ້າທີ່ຕັ້ງໜ້າສຸມໃສ່ແກ້ໄຂ ຈົນສາມາດມ້າງເທີບເງີບ, ປ້າຍໂຄສະ ນະ, ຮົ້ວກໍາແພງ ແລະ ການວາງສິ່ງກີດຂວາງໄດ້ 100 ກວ່າຈຸດ.

ທ່ານ ຄອນສະຫວັນ ລໍວົງທອງ ນາຍບ້ານໆຫົວຂົວ ກ່າວວ່າ: ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການລົງກໍ່ສ້າງຮາກຖານການເມືອງບາດກ້າວ 3 ໃຫ້ໄດ້ຕາມລະດັບຄາດໝາຍ ແລະ ມີໝາກຜົນຄະນະກໍ່ສ້າງຮາກຖານການເມືອງປະຈໍາກຸ່ມ IV ໂນນຫວາຍ ຈຶ່ງໄດ້ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ບ້ານຫົວຂົວ ຜ່ານການຈັດຕັ້ງປະຕິບັດຂອງພາກສ່ວນດັ່ງກ່າວ ເຮັດໃຫ້ພາຍໃນບ້ານມີການຫັນປ່ຽນອັນໃໝ່ ແລະ ເຮັດໃຫ້ບ້ານມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບດີ; ນອກນີ້, ບັນຫາການສັນຈອນກໍມີຄວາມໂລ່ງລ່ຽນດີ ຍ້ອນເຈົ້າໜ້າທີ່ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວ ສະແດງອອກຄື: ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດກາຄືນບັນດາຮ້ານ, ເຮືອນບຸກຄົນແຄມທາງທີ່ມີການກໍ່ສ້າງສິ່ງກີດຂວາງການສັນຈອນຕາມເສັ້ນທາງ ເປັນຕົ້ນແມ່ນການວາງວັດຖຸສິ່ງຂອງ, ການຕໍ່ເຕີມເທີບເງີບ, ປ້າຍໂຄສະນາ ແລະ ກໍາແພງ ທັງໝົດ 155 ຈຸດ; ຜ່ານການລົງເກັບກໍາ ແລະ ແນະນໍາ ມີຫຼາຍຄອບຄົວມີການຍົກຍ້າຍ ແລະ ມ້າງແລ້ວທັງໝົດ 136 ຈຸດ ຍັງບໍ່ທັນ ມ້າງ 19 ຈຸດ; ໃນນັ້ນ, ມ້າງເທີບເງີບໄດ້ 45 ຈຸດ ຍັງ 12 ຈຸດ, ມ້າງປ້າຍໂຄສະນາໄດ້ 37 ຈຸດ ຍັງ 2 ຈຸດ, ວາງເຄື່ອງຊະຊາຍແກ້ໄຂໄດ້ 52 ຈຸດ ຍັງ 5 ຈຸດ ແລະ ຮົ້ວກໍາແພງມ້າງໄດ້ 2 ຈຸດ.

ຕໍ່ກັບເທີບເງີບ, ປ້າຍໂຄສະນາ, ວາງເຄື່ອງຊະຊາຍຈໍານວນ 19 ຈຸດ ທີ່ ຍັງແກ້ໄຂບໍ່ທັນໄດ້ ເຈົ້າ ໜ້າທີ່ ກໍໄດ້ເຮັດໝາຍເຊີນເອົາເຈົ້າຂອງເຮືອນ ແລະ ເຈົ້າຂອງກິດຈະການມາເຮັດບົດບັນ ທຶກສຶກສາອົບຮົມ ພ້ອມທັງແນະນໍາໃຫ້ສືບຕໍ່ແກ້ໄຂມ້າງໃຫ້ສໍາເລັດ.