ພົຕ ກົງທອງ ພົງວິຕິດ ເປັນປະທານ

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໃຫ້ທິດຊີ້ນໍາໂດຍເນັ້ນໃຫ້ພະນັກງານ-ນັກຮົບ ຜູ້ທີ່ຈະລົງກໍ່ສ້າງຮາກຖານການເມືອງຢູ່ແຂວງບໍ່ແກ້ວ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງໃຫ້ຫຼຸດລົງໄປເລື້ອຍໆ ໃນໂອກາດທີ່ທ່ານເຂົ້າຮ່ວມພິທີປະກາດການແຕ່ງຕັ້ງກໍາລັງລົງກໍ່ສ້າງຮາກຖານຢູ່ແຂວງບໍ່ແກ້ວ ປະຈໍາປີ 2018-2020 ໃນວັນທີ 8 ພະຈິກ 2018, ມີບັນດາຄະນະນໍາກະຊວງ, ຄະນະນໍາກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະຮັບຜິດຊອບ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

   

ໃນພິທີ, ຄະນະຮັບຜິດຊອບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1979/ປກສ, ລົງວັນທີ 26 ຕຸລາ 2018 ວ່າດ້ວຍ ການແຕ່ງຕັ້ງນາຍ ແລະ ພົນຕໍາຫຼວດລົງກໍ່ສ້າງຮາກຖານການເມືອງຢູ່ແຂວງບໍ່ແກ້ວ ເພື່ອເປັນການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ມີລັກສະນະຕໍ່ເນື່ອງ ແລະ ຮັບປະກັນເຮັດໃຫ້ມີຄວາມສະຫງົບທາງດ້ານການເມືອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນແຂວງບໍ່ແກ້ວ ໂດຍໄດ້ແຕ່ງຕັ້ງນາຍ-ພົນຕໍາຫຼວດ ຈໍານວນຫຼາຍຮ້ອຍສະຫາຍລົງກໍ່ສ້າງຮາກຖານ ເຊິ່ງຈະໄດ້ຈັດແບ່ງປະຈໍາການຢູ່ແຕ່ລະບ້ານ ແລະ ຈະເລີ່ມລົງເຄື່ອນໄຫວປະຕິບັດໜ້າທີ່ໃນກາງເດືອນພະຈິກນີ້ ເປັນຕົ້ນໄປ.

ບັດາພະນັກລານ-ນັກຮົບ

ໂອກາດດຽວກັນ, ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນຕໍ່ພະນັກງານ-ນັກຮົບ ທີ່ຈະລົງກໍ່ສ້າງຮາກຖານການເມືອງ ຕ້ອງສຸມໃສ່ເຮັດວຽກການເມືອງ-ນໍາພາແນວຄິດໃຫ້ແຂງແຮງ, ເລິກເຊິ່ງເຖິງທາດແທ້ກວ່າເກົ່າ, ເອົາໃຈໃສ່ສົມທົບແໜ້ນກັບຂະແໜງການທີ່ກ່ຽວຂ້ອງ ແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ເປັນເອກະພາບກັນ; ເອົາໃຈໃສ່ຊີ້ນໍາກໍາລັງ ປກສ ກຸ່ມ ແລະ ປກສ ບ້ານ ໃຫ້ເຮັດວຽກເກັບກໍາ, ກວດກາ, ຈົດທະບຽນ, ຄຸ້ມຄອງສໍາມະໂນຄົວ ເພື່ອເກັບກໍາໄດ້ສະພາບການເໜັງຕີງຂອງພົນລະເມືອງໃຫ້ຈະແຈ້ງ, ຊັດເຈນເພື່ອເປັນຂໍ້ມູນ ແລະ ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຂອງແຕ່ລະພາກສ່ວນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ກົມຄຸ້ມຄອງສຳມະໂນຄົວ