ກອງປະຊຸມສະຫຼຸບຕີລາຄາຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານສ້ອມແປງທາງຫຼວງແຫ່ງຊາດ

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານສ້ອມແປງທາງຫຼວງແຫ່ງຊາດ ປະຈຳປີ 2018 ແລະ ແຜນການປີ 2019 ໃນວັນທີ 16 ພະຈິກ 2018, ໂດຍການເປັນປະທານຂອງ ທ່ານ ປອ ບຸນຈັນ ສີນທະວົງ ລັດຖະມົນຕິກະຊວງໂຍທາທິການ ແລະ ຂົນສົ່ງ ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ບັນດາຫົວໜ້າໂຄງການ ເຂົ້າຮ່ວມ.

ເປັນປະທານໂດຍ ທ່ານ ປອ ບຸນຈັນ ສີນທະວົງ

ທ່ານ ລິດຕາ ຂັດທິຍະ ຮອງຫົວໜ້າກົມຂົວທາງ ໄດ້ຂຶ້ນຜ່ານບົດສະຫຼຸບກ່ຽວກັບ ການຈັດຕັ້ງປະຕິບັດວຽກງານສ້ອມແປງທາງຫຼວງແຫ່ງຊາດ ຕະຫຼອດໄລຍະ 1 ປີຜ່ານມາ ສາມາດປະຕີບັດໄດ້ທັງໝົດ 130 ສັນຍາ, ຂຶ້ນກັບ 25 ໂຄງການ, ລວມມູນຄ່າ 596,99 ຕື້ກີບ, ກຳນົດເວລາໃນການຈັດຕັ້ງປະຕິບັດສັນຍາ 5 ເດືອນ, ຮອດທ້າຍເດືອນມິຖຸນາ 2018F ສະເລ່ຍຄວາມຄືບໜ້າທັງໝົດໄດ້ 86,40%, ສຳເລັດ 100% ມີ 89 ສັນຍາ ແລະ 41 ສັນຍາ ແມ່ນບໍ່ສຳເລັດຕາມແຜນການທີ່ກຳນົດໄວ້ ຍ້ອນວ່າບາງໂຄງການກໍ່ສ້າງເສັ້ນທາງບໍ່ໄດ້ຮັບຄຸນນະພາບສົ່ງຜົນໃຫ້ມີຜົນກະທົບເພີ່ມຂຶ້ນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ເຫັນວ່າ ງົບປະມານທີ່ນຳໃຊ້ເຂົ້າໃນການສ້ອມແປງທາງເພີ່ມຂຶ້ນ ສະເລ່ຍປະມານ 20%-30% ຕໍ່ປີ.

ກະຊວງໂຍທາທິການ ແລະ ຂົນສົ່ງ

ສຳລັບແຜນປີ 2019 ຈະສືບຕໍ່ເຄື່ອນໄຫວສຳຫຼວດເກັບກຳຂໍ້ມູນ ແລະ ສະພາບ, ບໍລິມາດການເປ່ເພຕົວຈິງຂອງເສັ້ນທາງ ແລະ ຂຶ້ນແຜນສ້ອມແປງ ແມ່ນໃຫ້ປະຕິບັດຕາມຄູ່ມືສ້ອມແປງທາງ ເຊິ່ງໄດ້ພິຈາລະນາ 3 ບູລິມະສິດ ລວມມູນຄ່າການສະເໜີຂຶ້ນແຜນຂອງ 25 ໂຄງການ ທີ່ໄດ້ຢັ້ງຢືນຜ່ານ ພະແນກ ຍທຂ ແຕ່ລະແຂວງ ລວມທັງໝົດມີ 148 ສັນຍາ, ມູນຄ່າຄວາມຕ້ອງການຕາມບູລິມະສິດມີ ຄື: ບູລີມະສິດທີ 1 ແມ່ນ 869.131.269.033 ກີບ, ບູລິມະສິດທີ 2 ຈຳນວນ 251.729.538.541 ກີບ ແລະ ບູລິມະສິດທີ 3 ຈຳນວນ 93.179.757.890 ກີບ ລວມມູນຄ່າທັງໝົດ 1.214.040.565.464 ກີບ.