ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ

0
1459

ແຂວງຄຳມ່ວນ ໄດ້ຈັດກອງປະຊຸມສະຫຼຸບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃນວັນ ທີ 14 ພະຈິກ 2018 ໂດຍການເປັນປະທານຮ່ວມຂອງ ພົຈວ ປອ ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ ມີບັນດາຮອງຫົວໜ້າກົມສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຄະນະກອງບັນຊາການ ປກສ ແຂວງ ພະແນກການຕ່າງໆທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ພັທ ຄໍາພອນ ສີກຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃຫ້ຮູ້ວ່າ: 

   

ໃນໄລຍະຜ່ານມາ, ເຫັນວ່າ ດ້ານບັນຫາການກໍ່ອາຊະຍາກຳຕ້ານການຄ້າມະນຸດ ຢູ່ແຂວງຄຳມ່ວນ ໃນປີ 2018 ມີຄະດີເກີດຂຶ້ນທັງໝົດ 9 ເລື່ອງ, ຜູ້ຖືກຫາຈຳນວນ 12 ຄົນ ຍິງ 5 ຄົນ. ໃນນີ້, ຄະດີຂົ່ມຂືນທຳສຳເລົາ ມີ 4 ເລື່ອງ, ຜູ້ຖືກຫາ 4 ຄົນ, ຄະດີທຳມິດສະຈານ 3 ເລື່ອງ, ຜູ້ຖືກຫາ 6 ຄົນ ຍິງ 3 ຄົນ, ຄະດີການຂົນຂວາຍສົ່ງຄົນອອກ ຫຼື ການລັກລອບເອົາຄົນເຂົ້າປະເທດທີ່ຜິດກົດໝາຍ 1 ເລື່ອງ, ຜູ້ຖືກຫາ 1 ຄົນ ແລະ ຄະດີການລັກພາຕົວ 1 ເລື່ອງ, ຜູ້ຖືກ ຫາ 1 ຄົນ. ນອກນັ້ນ, ຍັງໄດ້ຮັບຜູ້ເຄາະຮ້າຍຈາກການຄ້າມະນຸດ ເຊິ່ງເປັນປະຊາຊົນແຂວງຄຳມ່ວນ ຈຳນວນ 6 ຄົນ ຍິງ 3  ຄົນ.

ພັທ ຄໍາພອນ ສີກຸມພົນ

ພ້ອມນັ້ນ, ກໍໄດ້ສຳພາດເອົາຄຳໃຫ້ການຜູ້ຖືກເສຍຫາຍທີ່ມີໜັງສືເດີນທາງ ຖືກຕ້ອງຕາມລະບຽບກົດໝາຍ ຈາກສະຖານທູດລາວ ປະຈຳຢູ່ ປະເທດໄທ ຈຳນວນ 15 ຄັ້ງ ມີ 35 ຄົນ ຍິງ 18 ຄົນ, ລົງເກັບກຳສະຖິຕິບັນດາຮ້ານອາຫານ, ຮ້ານກິນດື່ມ, ສະຖານບັນເທີງ ແລະ ຮ້ານອົບນວດ ທົ່ວແຂວງຄຳມ່ວນ ມີຈຳນວນ 77 ຮ້ານ, ມີພະນັກງານບໍລິການ ຈຳນວນ 299 ຄົນ ຍິງ 210 ຄົນ, ມີຮ້ານກິນດື່ມ ແລະ ຮ້ານອົບນວດຄົນຕ່າງປະເທດ ຈຳນວນ 5 ຮ້ານ ມີພະນັກງານບໍລິການ ຈຳນວນ 24 ຄົນ ຍິງ 19 ຄົນ, ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ ໄດ້ 15 ຈຸດ ປະກອບມີ 5 ຕົວເມືອງຄື: ເມືອງທ່າແຂກ, ເມືອງໜອງບົກ, ເມືອງຫີນບູນ, ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ ມີຈຳນວນພົນເຂົ້າຮ່ວມ 5.635 ຄົນ ຍິງ 3.115 ຄົນ. ໃນນັ້ນ, ມີບັນດາພະນັກງານທະຫານ, ຕໍາຫຼວດ, ການຈັດຕັ້ງຂັ້ນບ້ານ ແລະ ພໍ່-ແມ່ປະຊາຊົນ ຕະຫຼອດຮອດນັກຮຽນຮູ້ປັນຍາຊົນ ແລະ ຄູ-ອາຈານ ທີ່ໄດ້ເຂົ້າຮ່ວມຮັບຟັງການລົງໂຄສະນາຜົນຮ້າຍຂອງການຄ້າມະນຸດ.

ເປັນປະທານຮ່ວມຂອງ ພົຈວ ປອ ເສີມສຸກ ສີມພະວົງ – ທ່ານ ຄຳສີ ອຸດທິວົງ

ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຍ້ອງຍໍຊົມເຊີມຕໍ່ການຊີ້ນຳໆພາ ແລະ ການເຄື່ອນໄຫວດ້ານວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທີ່ແຂວງຄຳມ່ວນ ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ແຂວງຄຳມ່ວນ ຈົ່ງຮີບຮ້ອນຄົ້ນຄວ້າແຕ່ງຕັ້ງ ຄະນະກຳມະການຕ້ານການຄ້າ ມະນຸດ ຂັ້ນແຂວງ ແລະ ເມືອງ    ສ້າງແຜນລົງເຄື່ອນໄຫວໂຄສະນາປຸກລະດົມພໍ່-ແມ່ປະຊາຊົນ ຮູ້ໄດ້ ຕໍ່ກັບວຽກງານດັ່ງກ່າວ.