ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ພົຕ ສົມແກ້ວ ສີລາວົງ

ວັນທີ 16 ພະຈິກ 2018 ໄດ້ມີພິທີເປີດ ບໍລິສັດ ບາຊາ-ບີ ແຄັດແອນແຄຣີ ( Bazaar-B Cash and Carry ) ຂຶ້ນຢ່າງເປັນທາງການ, ເຮັດທຸລະກິດກ່ຽວກັບສູນການຄ້າຂາຍສົ່ງ ເຊິ່ງເປັນແຫຼ່ງລວມສິນຄ້າເຄື່ອງອຸປະໂພກ-ບໍລິໂພກ, ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ພົຕ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ມີຜູ້ວ່າການທະນາຄານແຫ່ງ ສປປ ລາວ, ການນໍາ ນວ, ແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ

ທ່ານ ພົງປຣະເສີດ ກັນລະຍາ ປະທານບໍລິສັດ Bazaar-Bກ່າວວ່າ: 

ທ່ານ ພົງປຣະເສີດ ກັນລະຍາ

ບໍລິສັດ ໄດ້ເຮັດທຸລະກິດກ່ຽວກັບ ສູນການຄ້າຂາຍສົ່ງ ເຊິ່ງເປັນສູນການຄ້າທີ່ໃຫຍ່ຢູ່ໃນ ສປປ ລາວ ລວມສິນຄ້າເຄື່ອງອຸປະໂພກ-ບໍລິໂພກຫຼາກຫຼາຍຊະນິດ. 

ທ່ານ ພົງປຣະເສີດ ກັນລະຍາ
ບັນດາການນຳ ແລະ ແຂກຜູ້ມີກຽດທຸກທ່ານ ທີ່ເຂົ້າຮ່ວມງານ

ທຸລະກິດຫຼັກຂອງບໍລິສັດ ແມ່ນການດໍາເນີນທຸລະກິດສູນຈໍາໜ່າຍສິນຄ້າ ລະບົບສະມາຊິກແບບຈ່າຍເງິນສົດ ແລະ ບໍລິການດ້ວຍຕົນເອງ, ຕອບໂຈດແກ່ລູກຄ້າທຸກໆທ່ານ ທັງຮ້ານຄ້າ, ພັດຕະຄານ, ຮ້ານອາຫານ, ໂຮງແຮມ ລວມໄປເຖິງຜູ້ທີ່ຕ້ອງການຊື້ສິນຄ້າໃນລາຄາທີ່ປະຢັດກວ່າ.

ບໍລິສັດ ບາຊາ-ບີ ແຄັດແອນແຄຣີ ( Bazaar-B Cash and Carry )

ບໍລິສັດ Bazaar-B ນອກຈາກຈະເປັນສູນການຄ້າຂາຍສົ່ງ ແລະ ການໃຫ້ບໍລິການແລ້ວ ຍັງມີຄວາມມຸ່ງໝັ້ນຕັ້ງໃຈທີ່ຈະພັດທະນາສິ່ງໃໝ່ໆ. ນອກຈາກນີ້, ຍັງເປັນການຫຼຸດຜ່ອນຄວາມຫຍຸ້ງຍາກໃນການເດີນທາງໄປຊື້ສິນຄ້າຈາກຕ່າງປະເທດນຳອີກດ້ວຍ;  ສິນຄ້າທຸກໆຢ່າງທີ່ວາງຈຳໜ່າຍໄດ້ມີການຄັດສັນຄຸນນະພາບ, ກວດສອບອາຍຸ ແລະ ມີການເກັບມ້ຽນສິນຄ້າໄວ້ບ່ອນທີ່ມີການຄວບຄຸມອຸນຫະພູມ ເພື່ອໃຫ້ຜູ້ບໍລິໂພກໄດ້ສິນຄ້າທີ່ສົດໃໝ່ ແລະ ມີຄຸນນະພາບຢູ່ສະເໝີ.

ຢູ່ພາຍໃນອາຄານຂອງບໍລິສັດ