ເປັນປະທານໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ

ໃນວັນທີ 15 ພະຈິກ 2018, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວກ່ຽວກັບ ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ຕໍ່ຊື່ມວນຊົນວ່າ ກອງປະຊຸມດັ່ງກ່າວ ແມ່ນຈະຈັດຂຶ້ນໃນວັນທີ 20 ພະຈິກ-21 ທັນວາ 2018.

ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວວ່າ: 

ກອງປະຊຸມຄັ້ງນີ້ ຈະພິຈາລະນາ ແລະ ຮັບຮອງເອົາວຽກງານ ແລະ ບັນຫາສໍາຄັນຕ່າງໆ ເຊິ່ງໃນນັ້ນມີ: ວຽກງານຂອງລັດຖະບານພິຈາລະນາ, ຮັບຟັງບົດລາຍງານຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈໍາປີ 2018 ແລະ ທິດທາງວຽກງານຈຸດສຸມ ໃນປີ 2019 ຂອງລັດຖະບານ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນກ່ຽວກັບ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປີ 2018, ທິດທາງແຜນການປີ 2019 ແລະ ບົດລາຍງານການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ  2017; ວຽກງານສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບ ການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ ຊຸດທີ VIII ກາງສະໄໝ (2016-2018) ປະຈໍາປີ 2018, ທິດທາງແຜນການແຕ່ປີ 2019 ຮອດກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດ ຊຸດທີ IX ແລະ ແຜນວຽກຈຸດສຸມ ປະຈໍາປີ 2019 ຂອງ ສະພາແຫ່ງຊາດ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍຂອງ ສະພາແຫ່ງຊາດ ປະຈໍາປີ 2019, ຮັບຮອງເອົາແຜນການຕິດຕາມກວດກາຂອງ ຄະນະປະຈໍາສະພາແຫ່ງຊາດ ປະຈໍາປີ 2019; ວຽກງານອົງການຍຸຕິທໍາ ແລະ ກົດໝາຍພິຈາລະນາ, ຮັບຮອງເອົາບົດລາຍງານຂອງ ອົງການໄອຍະການປະຊາຊົນສູງສຸດກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ (2016-2018) ການເຄື່ອນໄຫວວຽກງານ 9 ເດືອນ ປະຈໍາປີ 2018, ທິດທາງແຜນການຮອດປີ 2020 ແລະ ວຽກງານຈຸດສຸມ ປະຈໍາປີ 2019; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງ ສານປະຊາຊົນສູງສຸດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ (2016-2018) ການເຄື່ອນໄຫວວຽກງານ 9 ເດືອນ ປະຈໍາປີ 2018, ທິດທາງແຜນການຮອດປີ 2020 ແລະ ວຽກງານຈຸດສຸມ ປະຈໍາປີ 2019; ພິຈາລະນາ, ຮັບຮອງເອົາການຊີ້ແຈງຂອງ ອົງການໄອຍະການປະຊາຊົນສູງສຸດກ່ຽວກັບ ການຈັດຕັ້ງປະຕິບັດພາລະບົດບາດ ໃນການຕິດຕາມກວດກາການລະເມີດສັນຍາກູ້ຢືມທີ່ມີຫຼັກຊັບຄໍ້າປະກັນ ແຕ່ມາດໍາເນີນຄະດີອາຍາ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ.

ວຽກງານການສ້າງ, ປັບປຸງ ແລະ ທາບທາມຮ່າງກົດໝາຍ ຈໍານວນ 9 ສະບັບ, ໃນນັ້ນ: ຮ່າງກົດໝາຍສ້າງໃໝ່ 7 ສະບັບຄື ຮ່າງກົດໝາຍວ່າດ້ວຍ ສໍານັກງານຜູ້ຕາງໜ້າ ສປປ ລາວ ປະຈໍາຢູ່ຕ່າງແຂວງ; ຮ່າງກົດໝາຍວ່າດ້ວຍ ຄວາມປອດໄພດ້ານລັງສີ; ຮ່າງກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ; ຮ່າງກົດໝາຍວ່າດ້ວຍ ການປະກັນສຸຂະພາບ; ຮ່າງກົດໝາຍວ່າດ້ວຍ ການລົດໄຟ; ປະມວນກົດໝາຍແພ່ງ; ຮ່າງກົດໝາຍການປັບປຸງ 1 ສະບັບຄື: ກົດໝາຍວ່າດ້ວຍ ທະນາຄາທຸລະກິດ; ຮ່າງກົດໝາຍທາບທາມ 1 ສະບັບຄື: ກົດໝາຍວ່າດ້ວຍ ທີ່ດິນ.