ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປະຣີ ປະເທດຝຣັ່ງ  ໃນວັນທີ 19 ພະຈິກ ກ່ຽວກັບຄວາມຄືບໜ້າຫຼັງຫາຊຸມນຸມປະທ້ວງຕໍ່ຕ້ານລັດຖະບານໃນຝຣັ່ງ ທີ່ຍືດເຍື້ອມາຕັ້ງແຕ່ອາທິດແລ້ວ ຈາກການທີ່ປະທານາທິບໍດີ ເອັມມານູແອນ ມາຄຣົງ ປະກາດເກັບພາສີແກ໊ດໂຊລິນ ຫຼື ນ້ຳມັນກາຊວນ ເປັນ 4 ເຊນຕໍ່ລິດ, ເຊິ່ງລາຄານ້ຳມັນໃນປັດຈຸບັນຢູ່ທີ່ລິດລະ 7 ເຊນ ແລະ ທ່າອ່ຽງເພີ່ມຂຶ້ນອີກ ໂດຍຈຸດປະສົງຂອງລັດຖະບານຝຣັ່ງ ຄືກະຕຸ້ນໃຫ້ຄົນສ່ວນໃຫຍ່ຫັນມາໃຊ້ພະລັງງານທີ່ສະອາດຫຼາຍຂຶ້ນ. ແຕ່ຄວາມເປັນຈິງ ປະຊາຊົນສ່ວນໃຫຍ່ຍັງໃຊ້ນ້ຳມັນກາຊວນ ແລະ ເຫັນວ່ານະໂຍບາຍດັ່ງກ່າວຂອງລັດຖະບານ ຄືການເອົາໃຈຊົນຊັ້ນນຳ ແລະ ຜູ້ປະກອບການທາງທຸລະກິດຫຼາຍກວ່າ.

ແນວໃດກໍຕາມ, ການປະທ້ວງຕາມເມືອງໃຫຍ່ຫຼາຍແຫ່ງຂອງປະເທດຍັງມີຢູ່ຕັ້ງແຕ່ທ້າຍອາທິດທີ່ຜ່ານມາ ເຖິງແມ່ນວ່າຜູ້ເຂົ້າຮ່ວມຈະຫຼຸດລົງສ່ວນໜຶ່ງແລ້ວກໍຕາມ ໂດຍຂໍ້ມູນຈາກກະຊວງພາຍໃນ ລາຍງານໃຫ້ຮູ້ວ່າ ຈຳນວນຜູ້ປະທ້ວງລວມຕົວກັນຕັ້ງແຕ່ວັນທີ 17 ພະຈິກ ທີ່ຜ່ານມາ, ມີປະມານ 288.000 ຄົນ, ຈາກເຫດການປະທ້ວງມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 400 ຄົນ; ເຊິ່ງໃນຈຳນວນນີ້ ລວມທັງເຈົ້າໜ້າທີ່ຕຳຫຼວດປາບປາມການຊຸມນຸມ 28 ຄົນ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນເປັນຍິງ ເນື່ອງຈາກວ່າຄົນຂັບລົດບັນທຸກຄັນໜຶ່ງ, ເຊິ່ງຕົກຢູ່ໃນທ່າມກາງວົງລ້ອມຂອງຜູ້ປະທ້ວງພະຍາຍຍາມນຳລົດອອກຈາກກຸ່ມຄົນໃກ້ກັບເມືອງຊອມເບຣີ ທາງພາກຕາເວັນອອກຂອງຝຣັ່ງ. ນອກຈາກນີ້, ເຈົ້າໜ້າທີ່ຕຳຫຼວດໄດ້ຈັບກຸມຜູ້ກໍ່ຄວາມບໍ່ສະຫງົບໄດ້ປະມານ 300 ຄົນທົ່ວປະເທດ ແຕ່ປ່ອຍຕົວໄປແລ້ວເຄິ່ງໜຶ່ງ.

ຂະນະທີ່ນາຍົກລັດຖະມົນຕີ ເອດູອາ ຟິລິບ ຢືນຢັນວ່າ: ລັດຖະບານຈະບໍ່ປ່ຽນແປງທ່າທີໃນເລື່ອງດັ່ງກ່າວນີ້, ສ່ວນທ່ານ ເຈີຣາ ດາມານິນ ລັດຖະມົນຕີດ້ານກິດຈະການສັງຄົມ ແລະ ງົບປະມານສາທາລະນະ ກ່າວວ່າ ລັດຖະບານຮູ້ດີເຖິງຄວາມບໍ່ພໍໃຈຫຼາຍຂອງປະຊາຊົນຕໍ່ສະຖານະການທີ່ເກີດຂຶ້ນ ແຕ່ນະໂຍບາຍດັ່ງກ່າວຖືເປັນພັນທະມິດຂອງລັດຖະບານໃນການປະຕິຮູບເສດຖະກິດຂອງຝຣັ່ງໃຫ້ຫຼຸດການນຳໃຊ້ເຊື້ອເພິງປະເພດຟອດຊິນ ແລະ ເພີ່ມການໃຊ້ພະລັງງານສະອາດທີ່ເປັນມິດຕໍ່ສິ່ງແວດລ້ອມ ຕາມແນວທາງຂອງຂໍ້ຕົກລົງປາຣີ ນຳອີກ.

ແນວໃດກໍຕາມ, ທ່ານ ເອັມມານູແອນ ມາຄຣົງ ຍັງບໍ່ສະແດງທ່າທີຕໍ່ສະຖານະການທີ່ເກີດຂຶ້ນ, ເຊິ່ງອາດຈະເປັນໜຶ່ງເຫດສຳຄັນທີ່ສ້າງຄວາມບໍ່ພໍໃຈຕໍ່ກຸ່ມຜູ້ປະທ້ວງ ແລະ ຜົນສຳຫຼວດຄວາມຄິດເຫັນຂອງຊາວຝຣັ່ງ ທີ່ມີຕໍ່ທ່ານ ມາຄຣົງ ໂດຍ ຊວກໂນ ດຸຍ ດິມອງ ກັບກຸ່ມຕົວຢ່າງ 1.957 ຄົນ ລະຫວ່າງວັນທີ 9-17 ພະຈິກ ທີ່ຜ່ານມາ ປະກົດວ່າ ຄະແນນນິຍົມຂອງຜູ້ນຳຝຣັ່ງເສດ ຄົນປັດຈຸບັນຢູ່ທີ່ 25% ຫຼຸດລົງ 4 ຈຸດ ຈາກການສໍາຫຼວດໃນໄລຍະເວລາດຽວກັນກັບເດືອນທີ່ຜ່ານມາ ໃນຈຳນວນນີ້ 39% ບໍ່ພໍໃຈຫຼາຍ.