ໃນວັນທີ 9 ພະຈິກ 2018, ແຂວງຜົ້ງສາລີ ໄດ້ເປີດປີທ່ອງທ່ຽວລາວ 2018 ແລະ ເທດສະການດື່ມນໍ້າຊາ ຕິດພັນກັບ ກິດຈະກໍາຕ່າງໆດ້ວຍບັນຍາກາດຄຶກຄື້ນ ແລະ ມ່ວນຊື່ນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍມວນຊົນແຂວງຜົ້ງສາລີ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.

ເປີດປີທ່ອງທ່ຽວລາວ 2018

ໃນພິທີ, ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ ໃຫ້ຮູ້ວ່າ:

ການຈັດປີທ່ອງທ່ຽວ ແລະ ເທດສະການດື່ມນໍ້າຊາ ຖືເປັນກິດຈະກໍາ ແລະ ຂະບວນການທີ່ສໍາຄັນ ເພື່ອສົ່ງເສີມການທ່ອງທ່ຽວທາງທໍາມະຊາດ, ການອະນຸລັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີທີ່ເປັນເອກະລັກຂອງປະຊາຊົນບັນດາເຜົ່າ ເພື່ອຊຸກຍູ້ສົ່ງເສີມການປະດິດສີໄມ້ລາຍມື ແລະ ຜະລິດຕະພັນຂອງແຕ່ລະທ້ອງຖິ່ນໃຫ້ກາຍເປັນສິນຄ້າ, ເພື່ອສ້າງລາຍຮັບທາງກົງ ແລະ ທາງອ້ອມໃຫ້ແກ່ປະຊາຊົນ ກໍຄືຂະແໜງການທ້ອງຖິ່ນທັງ 6 ເມືອງ ທີ່ໄດ້ຈັດປີທ່ອງທ່ຽວລາວ ຕິດພັນກັບ ວິທີຊີວິດ, ວັດທະນະທໍາ, ສາສະໜາ ແລະອື່ນໆ.

ນອກນີ້, ແຂວງຍັງໄດ້ມີອີກຫຼາຍກິດຈະກໍາ ເປັນຕົ້ນແມ່ນ ເທດສະການດືີ່ມນໍ້າຊາ, ຕະຫຼາດນັດ, ການວາງສະແດງສິນຄ້າກະສິກໍາ, ອຸດສາຫະກໍາ, ຫັດຖະກໍາ ແລະ ອາຫານພື້ນເມືອງທີ່ເປັນເອກະລັກຂອງບັນດາເຜົ່າ, ລວມທັງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້ານໍາເຂົ້າຈາກຕ່າງປະເທດ.

ປີທ່ອງທ່ຽວລາວ 2018 ແລະ ເທດສະການດື່ມນໍ້າຊາ

ການຈັດງານຄັ້ງນີ້ ຄາດວ່າ: ຈະສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວບໍ່ຫຼຸດ 150.000 ຄົນ ໂດຍຈະສາມາດສ້າງລາຍຮັບໄດ້ກ່ວາ 24,5 ລ້ານໂດລາ, ເຊິ່ງປັດຈຸບັນມີແຫຼ່ງທ່ອງທ່ຽວ 105 ແຫ່ງ. ໃນນີ້, ແຫຼ່ງທ່ອງທ່ຽວທາງທໍາມະຊາດ ມີ 27 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ ມີ 74 ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ ມີ 4 ແຫ່ງ ລວມທັງການຍ່າງປ່າ ມີ 34 ລາຍການ, ກວມ 84 ບ້ານຊົນເຜົ່າ ໂດຍຕິດພັນກັບ ຄວາມເປັນເອກະລັກດ້ານວັດທະນະທໍາຂອງແຕ່ລະທ້ອງຖິ່ນ ເພື່ອຮອງຮັບການເຂົ້າມາທ່ອງທ່ຽວຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຕະຫຼອດປີ.

ບັນຍາກາດເບີກບານມ່ວນຊື່ນພາຍໃນງານ