ກົມເສນາຮັກ ລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານການແພດ

0
2338
ແລກປ່ຽນລົດຮຽນທາງການແັພດ ລາວ – ຫວຽດນາມ

ກົມເສນາຮັກ ກົມໃຫຍ່ພະລາທິການ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ກົມເສນາຮັກ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະດ້ານການແພດ ຮ່ວມກັນ ໃນວັນທີ 13 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ, ນໍາພາໂດຍ ພັອ ດຣ ນາງ ວິໄລວັນ ດວງສະຫວັນ ຫົວໜ້າກົມເສນາຮັກ ແລະ ພົຈວ ຫງວຽນຄັ້ກທຸຍ ຮອງຫົວໜ້າກົມເສນາຮັກ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ນໍາພາໂດຍ ພັອ ດຣ ນາງ ວິໄລວັນ ດວງສະຫວັນ ຫົວໜ້າກົມເສນາຮັກ ສປປ ລາວ

ການພົບປະຂອງສອງກົມໃນຄັ້ງນີ້ ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີລະຫວ່າງ ໂຮງໝໍ 198 ສສ ຫວຽດນາມ ແລະ ໂຮງໝໍ 5 ເມສາ ກະຊວງ ປກສ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງແລກປ່ຽນບົດຮຽນທາງການແພດ, ການບໍລິການຄົນເຈັບ ເພື່ອເຮັດໃຫ້ໂຮງໝໍຂອງສອງກະຊວງ ມີປະສິດທິຜົນ ແລະ ມີຄຸນນະພາບ, ສາມາດຮັບປະກັນໄດ້ໃນການປິ່ນປົວສຸຂະພາບຂອງ ພະນັກງານ-ນັກຮົບ ແລະ ປະຊາຊົນຜູ້ທີ່ເຂົ້າມາປິ່ນປົວໃນໂຮງໝໍ ໃຫ້ມີຄວາມເພິ່ງພໍໃຈ. ພ້ອມທັງນໍາເອົາຄວາມເປັນຫ່ວງເປັນໄຍມາສູ່ວົງການແພດ ແລະ ສະແດງໃຫ້ເຫັນເຖິງສາຍພົວພັນ, ມິດຕະພາບ, ຄວາມສາມັກຄີທີ່ໄດ້ຜູກພັນກັນຕະຫຼອດມາ.

ພົຈວ ຫງວຽນຄັ້ກທຸຍ ຮອງຫົວໜ້າກົມເສນາຮັກ ສສ ຫວຽດນາມ

ຕະຫຼອດໄລຍະທີ່ຜ່ານມາ, ທັງສອງພາກສ່ວນແມ່ນ ໄດ້ມີສາຍພົວພັນຢ່າງສະໜິດແໜ້ນ ລວມທັງການແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມທັງມີຜົນສໍາເລັດໃນຂົງເຂດວຽກງານສາທາລະນະສຸກ ຂອງສອງກໍາລັງ.

ກົມເສນາຮັກ ສປປ ລາວ – ສສ ຫວຽດນາມ
ພົຈວ ຫງວຽນຄັ້ກທຸຍ – ພັອ ທອງສຸກ ຍ່າເອີ ລາວລີ

ຈາກນັ້ນ, ຄະນະຜູ້ແທນກົມເສນາຮັກ ສສ ຫວຽດນາມ ເຂົ້າພົບປະກັບ ພັອ ທອງສຸກ ຍ່າເອີ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ, ເຊິ່ງທ່ານໄດ້ສະແດງຄວາມຂອບໃຈຕໍ່ກັບ ຄະນະຜູ້ແທນກົມເສນາຮັກ ກະຊວງຕໍາຫຼວດ ສສ ຫວຽດນາມ ທີ່ໄດ້ນໍາເອົາບົດຮຽນ ແລະ ເຕັກນິກວິຊາການອັນໃໝ່ມາພົບປະແລກປ່ຽນກັບ ຄະນະຜູ້ແທນກົມເສນາຮັກ ກະຊວງປ້ອງກັນຄວາມສະຫງົບ ລາວ ເພື່ອເປັນການພ້ອມກັນເສີມສ້າງພັດທະນາວຽກງານເສນາຮັກ ຂອງສອງກະຊວງ ໃຫ້ປະສົບຜົນສຳເລັດ ແລະ ໄດ້ຮັບໝາກຜົນສູງຂຶ້ນກວ່າເກົ່າ.

ຄະນະຜູ້ແທນກົມເສນາຮັກ ສສ ຫວຽດນາມ ເຂົ້າພົບປະກັບ ຮອງຫົວໜ້າກົມໃຫຍ່ພະລາທິການ