ຕະຫຼາດນັດແຮງງານ ທີ່ ສູນການຄ້າ ທົ່ງຂັນຄຳ

ໃນວັນທີ 15 ພະຈິກ 2018, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ບໍລິສັດ ໄອຈ໋ອບ ໄດ້ຮ່ວມກັນຖະແຫຼງຂ່າວກ່ຽວກັບ ການຈັດງານຕະຫຼາດນັດແຮງງານ ປະຈໍາປີ 2018 ເຊິ່ງຈະເລີ່ມໃນລະຫວ່າງວັນທີ 14-16 ທັນວາ 2018 ທີ່ສູນການຄ້າ ທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ຜູ້ທີ່ຕ້ອງການຊອກວຽກເຮັດງານທໍາ ເປັນຕົ້ນແມ່ນ ນັກຮຽນ-ນັກສຶກສາທີ່ຈົບໃໝ່ ຍັງບໍ່ທັນມີວຽກເຮັດສາມາດເຂົ້າໄປທ່ຽວຊົມ ແລະ ສະໝັກວຽກໄດ້ຕາມໃຈມັກ ເນື່ອງຈາກມີຫຼາຍພາກສ່ວນ ເຂົ້າຮ່ວມ.

ເປັນປະທານໂດຍ ທ່ານ ດຣ ຄໍາແພງ ໄຊສົມແພງ

ທ່ານ ດຣ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ:

ການຈັດງານນັດພົບແຮງງານໃນປີນີ້ ຈະໄດ້ມີການຕັ້ງບູດຂອງຫົວໜ່ວຍທຸລະກິດ, ຫົວໜ່ວຍການຜະລິດ, ການບໍລິການ ແລະ ບໍລິສັດບໍລິການຈັດຫາງານ ເພື່ອໃຫ້ຄຳແນະນຳຂັ້ນຕອນຂອງການສະໝັກງານ, ການຂຶ້ນທະບຽນ, ການສຳພາດ ແລະ ການເຮັດສັນຍາແຮງງານ. 

ທ່ານ ດຣ ຄໍາແພງ ໄຊສົມແພງ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ບໍລິສັດ ໄອຈ໋ອບ

ໃນນັ້ນ, ຈະມີບັນດາສູນຝຶກ ແລະ ວິທະຍາໄລຕ່າງໆ ທີ່ຈະມາສະແດງກິດຈະກຳການຝຶກ, ການໃຫ້ຄຳແນະນຳດ້ານອາຊີບ, ການຂຶ້ນທະບຽນການຝຶກ ແລະ ຈະມີການວາງສະແດງສິນຄ້າຫັດຖະກຳ, ຜະລິດຕະພັນກະສິກຳ, ຜະລິດຕະພັນພູມປັນຍາຂອງຊາວບ້ານ ແລະອື່ນໆ. ນອກຈາກນັ້ນ, ຍັງຈະມີບູດຂອງຈຸດບໍລິການຈັດຫາງານ ຈໍານວນ 9 ແຂວງ ເພື່ອອໍານວຍຄວາມສະດວກໃຫ້ຄໍາປຶກສາໃຫ້ທັງຜູ້ຊອກວຽກເຮັດງານທໍາ ແລະ ຜູ້ໃຊ້ແຮງງານກ່ຽວກັບ ການຂຶ້ນທະບຽນ ແລະ ການນໍາໃຊ້ເວັບໄຊບໍລິການຈັດຫາງານສາທາລະນະຊົນ. ເຊິ່ງບັນດາບໍລິສັດ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ແມ່ນມີຄວາມຕ້ອງການແຮງງານເພື່ອບັນຈຸເຂົ້າຕຳແໜ່ງວ່າງເຖິງ 2.000 ກວ່າຕໍາແໜ່ງ.

ຖະແຫຼງຂ່າວກ່ຽວກັບ ການຈັດງານຕະຫຼາດນັດແຮງງານ ປະຈໍາປີ 2018

ດັ່ງນັ້ນ, ຈຶ່ງຂໍຖືໂອກາດເຊີນຊວນອົງການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ຫົວໜ່ວຍແຮງງານ, ໂຄງການລົງທຶນ, ຊາວໜຸ່ມ, ນັກຮຽນຮູ້ນັກສຶກສາ, ປັນຍາຊົນ, ສື່ມວນຊົນ ລວມເຖິງ ພໍ່ຄ້າຊາວຂາຍຕ່າງໆ ແລະ ປະຊາຊົນລາວທຸກທົ່ວໜ້າ ເຂົ້າຮ່ວມງານຕະຫຼາດນັດແຮງງານໃນຄັ້ງນີ້ ເພື່ອເປັນການປະກອບສ່ວນອັນສຳຄັນໃນການສົ່ງເສີມການມີວຽກເຮັດງານທຳ, ຫຼຸດຜ່ອນການວ່າງງານ ແລະ ເປັນຂົວຕໍ່ທີ່ເຊື່ອມຈອດກັນລະຫວ່າງ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ອີກດ້ວຍ.