ນໍາພາຂະບວນໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຂະບວນຄາລະວານນັກວິທະຍາສາດລາວ ຫວນຄືນສູ່ເມືອງວຽງໄຊ ຖານທີ່ໜັ້ນການປະຕິວັດລາວ ໃນລະຫວ່າງວັນທີ 11-16 ພະຈິກ 2018 ນໍາພາຂະບວນໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຮອງລັດຖະມົນຕີ, ກົມກອງ, ສະຖາບັນ, ຫົວໜ້າພະແນກແຕ່ລະແຂວງ ແລະ ມວນຊົນ ຈຳນວນ 100 ກວ່າຄົນ ເຂົ້າຮ່ວມ.

ຂະບວນຄາລະວານໃນຄັ້ງນີ້, ສຸດທີ່ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ເພາະເປັນຄັ້ງທຳອິດທີ່ຂະບວນຄາລະວານຂອງນັກວິທະຍາສາດລາວ ຫວນຄືນສູ່ບົນດິນແດນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດທີ່ສວຍສົດງົດງາມ, ທັງເປັນດິນແດນທີ່ມີມູນເຊື້ອແຫ່ງປິຊາສາມາດ, ຄວາມສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ໃນການນຳພາຕໍ່ສູ້ປົດປ່ອຍຊາດ ແລະ ທັງເປັນການສ້າງຂະບວນການ ແລະ ຜົນງານຂໍ່ານັບຮັບຕ້ອນ ວັນສະຖາປະນາ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ, ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ, ພິເສດແມ່ນ ສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ແດນດິນປະຫວັດສາດ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018).

ຂະບວນຄາລະວານນັກວິທະຍາສາດລາວ ທີ່ ເມືອງວຽງໄຊ

ເຊິ່ງຕະຫຼອດການເດີນທາງ ໄດ້ມີກິດຈະກຳຕ່າງໆ ເຊັ່ນ: ໄຫວ້ພະເຈົ້າອົງຕື້, ທ່ຽວຊົມທິວທັດທຳມະຊາດຕົວເມືອງວຽງໄຊ ແລະ ທ່ຽວຊົມຖໍ້າຂອງບັນດາທ່ານຜູ້ນຳ ທີ່ໃຊ້ເປັນບ່ອນຢູ່ອາໄສເຮັດໜ້າທີ່ການເມືອງ ເພື່ອການປະຕິວັດປົດປ່ອຍປະເທດຊາດໃນເມື່ອກ່ອນ, ທັງເປັນການຊອກຮູ້ມູນເຊື້ອການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ພາຍໃຕ້ການນຳພາຂອງ ທ່ານປະທານ ໄກສອນ ພົມວິຫານ, ຢ້ຽມຢາມໂຮງຮຽນທິດສະດີການເມືອງການປົກຄອງຂອງແຂວງ, ທ່ຽວຊົມພື້ນຖານການຜະລິດ ແລະ ຄອບຄົວຕົວແບບ ພ້ອມທັງຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ທີ່ຖໍ້າຊ້າງລອດ ເມືອງວຽງໄຊ ອີກດ້ວຍ.