ທ່ານ ຈ່ຽງ ຈ່າຍ ຕົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ ໄດ້ເຂົ້າຢ້ຽມຂໍ່ານັບ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ໃນວັນທີ 15 ພະຈິກ 2018 ໃນໂອກາດທີ່ທ່ານເຂົ້າມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່.

ການຕ້ອນຮັບທ່ານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄັ້ງນີ້ ທ່ານລັດຖະມົນຕີກະຊວງ ປກສ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຮັບໜ້າທີ່ໃໝ່ຂອງ ທ່ານເອກອັກຄະລັດຖະທູດ ສປ ຈີນ ເຊິ່ງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີລະຫວ່າງສອງຊາດ ລາວ-ສປ ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນສອງກໍາລັງປະກອບອາວຸດ ທີ່ມີມູນເຊື້ອມາແຕ່ດົນນານ ແລະ ຈະສືບຕໍ່ມູນເຊື້ອດັ່ງກ່າວໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ.

ສປປ ລາວ – ສປ ຈີນ

ທ່ານ ຈ່ຽງ ຈ່າຍ ຕົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງ ປກສ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບເປັນຢ່າງດີ; ໃນການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ນີ້ ຕົນຈະສືບຕໍ່ສະໜັບສະໜູນໃນການພົວພັນຮ່ວມມື, ປະສານສົມທົບລະຫວ່າງສອງພັກ-ສອງລັດ ໃຫ້ໄດ້ຮັບຜົນສໍາເລັດ ແລະ ເປັນການປະກອບສ່ວນສ້າງສາຍພົວພັນ ລາວ-ສປ ຈີນ ໃນຕໍ່ໜ້າໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ.