ເປັນປະທານໂດຍ ທ່ານ ພັທ ໂພໄຊ ສຸລິວົງສາ - ທ່ານ ພັທ ຄຳພູ ແກ້ວອິນໄທວົງ

ໂດຍປະຕິບັດຕາມແຈ້ງການຂອງ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2001/ກປທ ລົງວັນທີ 11 ຕຸລາ 2018 ວ່າດ້ວຍ ການຈັດຕັ້ງປາຖະກາຖາມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນເຄື່ອນທີ່ ຄົບຮອບ 17 ປີ (2 ພະຈິກ 2001 – 2 ພະຈິກ 2018). ດັ່ງນັ້ນ, ມາໃນວັນທີ 15 ພະຈິກ 2018 ນີ້ ກອງພັນເຄື່ອນທີ່ ກອງບັນຊາການ ປກສ ແຂວງອັດຕະປື ຈຶ່ງໄດ້ຈັດພິທີປາຖະກາຖາມູນເຊື້ອວັນສຳຄັນດັ່ງກ່າວ ຢູ່ທີ່ສະໂມສອນຂອງ ກອງບັນຊາການ ປກສ ແຂວງ, ໂດຍການບັນຍາຍເອກະສານເລົ່າຄືມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນເຄື່ອນທີ່ ຂອງ ທ່ານ ພັທ ໂພໄຊ ສຸລິວົງສາ ຄະນະພັກຮອງກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳວຽກງານກອງພັນເຄື່ອນທີ່, ເຂົ້າຮ່ວມຮັບຟັງມີ ທ່ານ ພັທ ຄຳພູ ແກ້ວອິນໄທວົງ ຮັກສາການຫົວໜ້າກອງພັນເຄື່ອນທີ່ ປກສ ແຂວງ, ມີຄະນະກອງພັນ, ຄະນະກອງຮ້ອຍ, ໝວດ, ໝູ່ ແລະ ພະນັກງານນັກຮົບຂອງ ກອງພັນເຄື່ອນທີ່ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພັທ ໂພໄຊ ສຸລິວົງສາ ໄດ້ເລົ່າເຖິງປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກຳລັງປ້ອງກັນເຄື່ອນທີ່ ເຊິ່ງກົມກອງດັ່ງກ່າວນີ້ ແມ່ນເຫຼົ່າຮົບວິຊາສະເພາະໜຶ່ງຂອງ ກະຊວງປ້ອງກັນຄວາມສະຫງົບ ພາຍໃຕ້ການຊີ້ນຳໂດຍກົງ ແລະ ຮອບດ້ານຈາກ ຄະນະພັກກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ກຳເນີດ ແລະ ເຕີບໃຫຍ່ ໃນເງື່ອນໄຂທີ່ສະພາບປະເທດຊາດ ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານ ພັທ ໂພໄຊ ສຸລິວົງສາ
ກອງບັນຊາການ ປກສ ແຂວງອັດຕະປື

ຈາກນັ້ນ, ທ່ານກໍໄດ້ເລົ່າເຖິງທາດແທ້ ແລະ ມູນເຊື້ອຂອງ ກຳລັງປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ແມ່ນກຳລັງປະກອບອາວຸດປະຕິວັດຂອງພັກ ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ, ເປັນກຳລັງມາຈາກປະຊາຊົນ ແລະ ເພື່ອປະຊາຊົນ, ເປັນກຳລັງທີ່ມີລະບຽບວິໄນເຂັ້ມງວດ, ເປັນກຳລັງວິຊາສາສະເພາະທີ່ສຳຄັນ ໃນການຄົ້ນຄວ້າສາງແຜນຍຸດທະສາດ ເພື່ອປ້ອງກັນ ແລະ ສະກັດກັ້ນ, ປາບປາມປະກົດການຫຍໍ້ທໍ້ນສັງຄົມ, ເດັດດ່ຽວ ແລະ ເດັດຂາດຕໍ່ສັດຕູ; ກອງພັນເຄື່ອນທີ່ ຍາມໃດກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ການນຳພັກ-ລັດ ຢ່າງສຸດໃຈ, ຍຶດໝັ້ນຕໍ່ອຸດົມການຂອງພັກ, ມີນ້ຳໃຈປະຕິວັດສູງສົ່ງ, ມີຄວາມອົດທົນເດັດດ່ຽວໜຽວແໜ້ນ, ເສຍສະຫຼະຢ່າງອົງອາດກ້າຫານ, ມີສະຕິຕໍ່ການຈັດຕັ້ງ, ດຳລົງຊີວິດປອດໄສຂາດສະອາດ, ດຸໝັ່ນ, ປະຫຢັດ, ສັດຊື່ ແລະ ທ່ຽງທຳ.

ນອກຈາກນັ້ນ, ທ່ານກໍໄດ້ເລົ່າເຖິງຜົນງານຂອງ ກຳລັງປ້ອງກັນເຄື່ອນທີ່ ໃນໄລຍະ 17 ປີຜ່ານມາ, ພາຍຫຼັງ ກອງພັນເຄື່ອນທີ່ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 2 ພະຈິກ 2001 ເປັນຕົ້ນມາ ກໍໄດ້ເຄື່ອນໄຫວວຽກງານຫຼາຍດ້ານ, ໄດ້ສູ້ຊົນ, ອົດທົນ, ບຸກບືນຜ່ານຝ່າອຸປະສັກນາໆປະການ, ສາມາດເຮັດໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ເປັນຕົ້ນແມ່ນ: ວຽກງານການເມືອງ, ວຽກງານວິຊາສະເພາະ, ວຽກງານພະລາທິການ ແລະ ວຽກງານການພົວພັນກັບຕ່າງປະເທດ.

ປາຖະກາຖາມູນເຊື້ອ ວັນສ້າງຕັ້ງກຳລັງປ້ອງກັນເຄື່ອນທີ່

ໃນພິທີອັນມີຄວາມໝາຍຄວາມສຳຄັນຄັ້ງນີ້ ຍັງໄດ້ຮັບຟັງປະຫວັດຄວາມເປັນມາຂອງ ກອງພັນເຄື່ອນທີ່ ກອງບັນຊາການ ປກສ ແຂວງອັດຕະປື ເຊິ່ງໄດ້ເລີ່ມຈາກການສ້າງຕັ້ງເປັນ ກອງຮ້ອຍປ້ອງກັນເຄື່ອນທີ່ ໃນວັນທີ 24 ເມສາ 2007, ຜ່ານການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນໄລຍະຜ່ານມາ ຈຶ່ງໄດ້ເຕີບໃຫຍ່ຂະຍາຍຕົວ ແລະ ໄດ້ຍົກລະດັບມາເປັນ ກອງພັນເຄື່ອນທີ່ ຂຶ້ນກັບ ກອງບັນຊາການ ປກສ ແຂວງອັດຕະປື ໃນຄັ້ງວັນທີ 21 ເມສາ 2015 ເປັນຕົ້ນມາ.

ການປາຖະກາຖາເລົ່າມູນເຊື້ອໃນຄັ້ງນີ້ ກໍເພື່ອເປັນການຫວນຄືນມູນເຊື້ອອັນພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງຂອງ ກຳລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ກຳລັງເຄື່ອນທີ່ ທີ່ໄດ້ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ໄຊຊະນະ ທັງເປັນການເຮັດໃຫ້ຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນເຄື່ອນທີ່ ຄົບຮອບ 17 ປີ ເຕັມໄປດ້ວຍຄວາມໝາຍສຳຄັນ ແລະ ເປັນຂະບວນຟົດຟື້ນ.