ຊຸກຍູ້ວຽກງານຕ້ານການຄ້າມະນຸດ

ໃນວັນທີ 13 ພະຈິກ 2018, ພົຈວ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ທັງເປັນ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານການຄ້າມະນຸດ ຢູ່ ປກສ ແຂວງສະຫວັນນະເຂດ, ໂດຍມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າເເຂວງໆສະຫວັນນະເຂດ ປະທານຄະນະກຳມະການຕ້ານຄ້າມະນຸດຂັ້ນເເຂວງ, ປກສ ແຂວງສະຫວັນນະເຂດ, ຄະນະຫ້ອງ, ຄະນະພະເເນກ, ຄະນະກຳມະການຕ້ານການຄ້າມະນຸດຂັ້ນເເຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳພູນ ຕຸໄພທູນ ລາຍງານວ່າ: 

ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ, ທາງຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ໂຄສະນາເຜີຍ ແຜ່ລະບຽບກົດໝາຍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຂອງການຄ້າມະນຸດ

ທ່ານ ຄຳພູນ ຕຸໄພທູນ
ປກສ ແຂວງສະຫວັນນະເຂດ

ເປັນຕົ້ນແມ່ນ ນຳເອົາລະບຽບກົດໝາຍທີ່ມີການພົວພັນກ່ຽວກັບການຄ້າມະນຸດ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ໄປເຜີຍແຜ່ໃນເຂດຊົນນະບົດ ແລະ ກຸ່ມສ່ຽງອື່ນໆ ເພື່ອສ້າງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບເລ່ລ່ຽມ ແລະ ກົນອຸບາຍອື່ນໆຂອງກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວໂຄສະນາຊວນເຊື່ອໃນການສ້າງຄອບຄົວກັບຄົນຕ່າງປະເທດ ແລະ ການອອກແຮງງານຢູ່ຕ່າງແດນ.

ປັດຈຸບັນ, ສາມາດຂຶ້ນສະຖິຕິຮ້ານບໍລິການກິນດື່ມ ໄດ້ທັງໝົດ 78 ຮ້ານ, ກວດພົບຄົນຕ່າງປະເທດສວຍໃຊ້ໂອກາດເປີດຮ້ານຕັດຜົມ, ຮ້ານອົບນວດ ເເລະ ຮ້ານບັນເທີງອື່ນໆ ທີ່ໃຫ້ບໍລິການທາງເພດ ຈໍານວນ 106 ຮ້ານ; ເຊິ່ງໃນໄລຍະຜ່ານມາ ມີຄະດີຄ້າມະນຸດເກີດຂຶ້ນມີ 1 ເລື່ອງ ມີຜູ້ຖືກຫາ 1 ຄົນ ແລະ ຜູ້ຖືກເຄາະຮ້າຍ 5 ຄົນ, ຄະດີຂົ່ມຂືນທຳຊຳເລົາມີ 12 ເລື່ອງ ມີຜູ້ຖືກຫາ 12 ຄົນ ແລະ ຜູ້ຖືກເສຍຫາຍ 12 ຄົນ, ຄະດີທຳມິດສະຈານມີ 2 ເລື່ອງ ມີຜູ້ຖືກ ຫາ 4 ຄົນ ຍິງ 2 ຄົນ.

ຄະນະກຳມະການຕ້ານການຄ້າມະນຸດຂັ້ນເເຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ

ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຍົກໃຫ້ເຫັນຄວາມຈຳເປັນ ເເລະ ຄວາມສຳຄັນຂອງວຽກງານຕ້ານການຄ້າມະນຸດ, ພ້ອມທັງຊີ້ນຳໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍດຳລັດ ເລກທີ 245/ນຍ ລົງວັນທີ 3 ກໍລະກົດ 2018 ໂດຍສະເພາະໃຫ້ມີກົງຈັກທີ່ມີຄວາມຮັບປະກັນ ເພື່ອເຄື່ອນໄຫວວຽກງານຕ້ານການຄ້າມະນຸດຂັ້ນເເຂວງ ໃຫ້ມີປະສິດທິຜົນ ແລະ ໃຫ້ເເຕ່ລະພະເເນກການ ຕ້ອງເອົາໃຈໃສ່ຈັດຕັ້ງວຽກງານຕ້ານການຄ້າມະນຸດ ຢູ່ເເຂວງ ໃຫ້ເເຂງເເຮງກວ່າເກົ່າ.