ກົມ ຕມ ລາວ-ໄທ ແລກປ່ຽນບົດຮຽນວຽກງານກວດຄົນເຂົ້າ-ອອກເມືອງ

0
4608
ຝ່າຍລາວນໍາພາໂດຍ ພັທ ສາຍສະໝິງ ສີວິໄລ – ຝ່າຍໄທນໍາໂດຍ ພົຕ ສຸຣະຊາດ ຫັກພານ

ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ( ກົມ ຕມ ) ແຫ່ງ ສປປ ລາວ ແລະ ສໍານັກງານກວດຄົນເຂົ້າ-ອອກເມືອງ ແຫ່ງຣາຊະອານາຈັກໄທ ໄດ້ພົບປະແລກປ່ຽນບົດຮຽນວຽກງານກວດຄົນເຂົ້າ-ອອກເມືອງຮ່ວມກັນ ໃນວັນທີ 19 ພະຈິກ 2018 ທີ່ແຂວງໜອງຄາຍ ຣາຊະອານາຈັກໄທ, ຝ່າຍລາວນໍາພາໂດຍ ພັທ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງ ປກສ ພ້ອມຄະນະ, ຝ່າຍໄທນໍາໂດຍ ພົຕ ສຸຣະຊາດ ຫັກພານ ຮັກສາການແທນຜູ້ບັງຄັບບັນຊາການສໍານັກງານກວດຄົນເຂົ້າ-ອອກເມືອງ ພ້ອມຄະນະ.

ແລກປ່ຽນບົດຮຽນວຽກງານກວດຄົນເຂົ້າ-ອອກເມືອງ

ການພົບປະແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້, ທັງສອງຝ່າຍໄດ້ທົບທວນຄືນກ່ຽວກັບ ການຮ່ວມມືໄລຍະຜ່ານມາ ເຊິ່ງປັດຈຸບັນມີຂົວມິດຕະພາບ ລາວ-ໄທ ຈໍານວນ 4 ແຫ່ງ ແລະ ຈະມີໂຄງການສ້າງອີກຈໍານວນ 2 ແຫ່ງ ສະແດງເຖິງຄວາມສໍາຄັນຂອງການເຊື່ອມໂຍງສອງປະເທດ ເນື່ອງຈາກວ່າທັງສອງປະເທດມີຊາຍແດນຕິດຈອດກັນຫຼາຍກວ່າ 1.800 ກິໂລແມັດ ທັງທາງບົກ ແລະ ທາງນໍ້າ, ຂົວມິດຕະພາບ ລາວ-ໄທ ໄດ້ຊ່ວຍສ້າງຜົນປະໂຫຍດທາງດ້ານເສດຖະກິດ, ຄວາມໝັ້ນຄົງ, ແລກປ່ຽນວັດທະນະທໍາ ແລະ ການຄົມມະນາຄົມຂົນສົ່ງ; ພາຍໃຕ້ການຮ່ວມມືດ້ານຕ່າງໆຂອງທັງສອງປະເທດ ເຮັດໃຫ້ການອໍານວຍຄວາມສະດວກໃນການຜ່ານແດນມີປະສິດທິພາບ ແລະ ມີການພັດທະນາເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນການກວດກາຄົນເຂົ້າ-ອອກເມືອງ, ການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ຢາເສບຕິດ, ການກໍ່ອາຊະຍາກໍາຂ້າມຊາດ, ການຫຼົບໜີເຂົ້າເມືອງ ແລະ ແຮງງານຜິດກົດໝາຍ, ການລັກລອບຂົນສົ່ງສິນຄ້າຜິດກົດໝາຍໂດຍການປະສານຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ; ທັງນີ້, ກໍເພື່ອຮັກສາຄວາມໝັ້ນຄົງຂອງຊາດ ຕາມແນວຊາຍແດນທັງສອງປະເທດ ໃຫ້ມີຄວາມສະຫງົບ ແລະ ສົ່ງເສີມພັດທະນາປະເທດໃນດ້ານຕ່າງໆໃຫ້ຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ.

ການພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນຕໍ່ໜ້າ, ທັງສອງຝ່າຍຈະໄດ້ສືບຕໍ່ອໍານວຍຄວາມສະດວກໃນການຜ່ານແດນ ເພື່ອການສັນຈອນຂອງປະຊາຊົນທັງສອງປະເທດ ໃຫ້ດີຍິ່ງໆຂຶ້ນ, ການພັດທະນາຈຸດຜ່ານແດນ ໃຫ້ມີຄວາມທັນສະໄໝ ພາຍໃຕ້ຄວາມໝັ້ນຄົງຂອງທັງສອງປະເທດ ຜ່ານຈຸດດໍາເນີນງານຂອງ ຕມ 19 ຈຸດ ໃນຈໍານວນ 10 ແຂວງ ຂອງໄທ ທີ່ເຊື່ອມຕໍ່ກັບ 8 ແຂວງ ຂອງ ສປປ ລາວ ໃຫ້ມີປະສິດທິພາບຂຶ້ນກວ່າເກົ່າ.

ລາວ – ໄທ