ການແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພຣະທາດຫຼວງ

ບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2018 ເປັນບຸນຂອງປວງຊົນລາວບັນດາເຜົ່າ ຈັດຂຶ້ນເປັນປະຈໍາທຸກໆປີ ເພື່ອສືບທອດມູນເຊື້ອປະເພນີອັນດີງາມ ແລະ ເປັນເອກະລັກທາງດ້ານວັດທະນະທໍາທີ່ອຸດົມສົມບູນ, ມີຫຼາກຫຼາຍສີສັນ ແລະ ມີການຮ່ວມມືຢ່າງກວ້າງຂວາງ ຂອງປວງຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໃນມື້ຂຶ້ນ 8 ຄໍ່າເດືອນ 12 ລາວ ຂອງທຸກໆປີ, ສໍາລັບປີນີ້ກົງກັບມື້ຂຶ້ນ 9 ຄໍ່າ ເດືອນ 12 ລາວ ເປັນມື້ເລີ່ມຄົບງັນງານບຸນນະມັດສະການພຣະທາດຫຼວງ ໄປຈົນຮອດມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ.

ບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2018

ເຊິ່ງການຄົບງັນງານບຸນນະມັດສະການພຣະທາດຫຼວງ ຂອງທຸກໆປີ ກໍຈະມີຫຼາຍກິດຈະກໍາທີ່ເປັນປະເພນີ; ໃນນັ້ນ, ກໍແມ່ນການແຫ່ຜາສາດເຜິ້ງ ເຊິ່ງປີນີ້ໄດ້ມີການແຫ່ຜາສາດເຜິ້ງໃນມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ ພສ 2561 ກົງກັບວັນທີ 21 ພະຈິກ ຄສ 2018 ໂດຍມີ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີການນໍານະຄອນຫຼວງ, ອົງການ, ພຣະອາຈານ, ພໍ່-ແມ່ປະຊາຊົນ ພ້ອມກັນແຫ່ຜາສາດເຜິ້ງຢ່າງເປັນຂະບວນການຟົດຟື້ນ ແລະ ຮັກສາໄດ້ຕາມຮີດຄອງປະເພນີ.

ເຂົ້າຮ່ວມໂດຍ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ

ສໍາລັບການແຫ່ຜາສາດເຜິ້ງ ປີນີ້ ແມ່ນເລີ່ມແຫ່ອອກຈາກວັດສີເມືອງ ມາຫາ ພຣະທາດຫຼວງວຽງຈັນ, ການແຫ່ຜາສາດເຜິ້ງເປັນປະເພນີທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານ ຕາມຄວາມເຊື່ອທີ່ວ່າ ການແຫ່ຜາສາດເຜິ້ງ ເປັນການສ້າງບຸນກຸສົນ ເມື່ອເສຍຊີວິດໄປແລ້ວຈະໄດ້ຂຶ້ນສະຫວັນຊັ້ນຟ້າ. ປະເພນີແຫ່ຜາສາດເຜິ້ງແມ່ນ ວັດທະນະທຳອັນດີງາມສະແດງເຖິງຄວາມພາກພຽນ, ການປະດິດຄິດສ້າງ ທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວ, ບ້ານ ແລະ ເມືອງ ໃຫ້ລວມກັນເປັນຈິດໜຶ່ງໃຈດຽວ.

ການແຫ່ຜາສາດເຜິ້ງ

ຫຼັງຈາກມີການແຫ່ຜາສາດເຜິ້ງແລ້ວ, ກໍແມ່ນມື້ຂຶ້ນ 15 ຄ່ຳ ເດືອນ 12 ລາວ ກໍຈະມີການໃສ່ບາດຖວາຍສັງຄະທານຢູ່ທີ່ເດີ່ນພຣະທາດຫຼວງ, ຕອນບ່າຍກໍ່ຈະມີການຕີຄີຢູ່ທີ່ເດີ່ນສະໜາມຫຼວງ, ພໍຮອດຕອນແລງມາ ກໍຈະມີການວຽນທຽນຢູ່ໃນບໍລິເວນອ້ອມຂ້າງ ພຣະທາດຫຼວງ ໂດຍຈະມີຜູ້ຄົນຫຼັ່ງໄຫຼເຂົ້າມາເປັນຈໍານວນຫຼວງຫຼາຍ ມາຮ່ວມກັນວຽນທຽນຄືດັ່ງທຸກໆປີ.

ງານບຸນນະມັດສະການພຣະທາດຫຼວງ