ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ພະຈິກ ນີ້ວ່າ: ຈຳນວນປະຊາກອນທີ່ອາໃສຢູ່ນະ ຄອນຫຼວງປັກກິງຂອງຈີນ ຢູ່ທີ່ 21.707.000 ຄົນ ຫຼຸດລົງ 22.000 ຄົນ ເມື່ອບທຽບກັບປີ 2016 ໃນຂະນະທີ່ປະຊາກອນທີ່ອາໃສຢູ່ໃນ 6 ເມືອງ ທີ່ຢູ່ອ້ອມຮອບນະຄອນຫຼວງປັກກິງ ຫຼຸດລົງ 3%, ເຈົ້າໜ້າທີ່ຂອງນະຄອນຫຼວງປັກກິງ ໄດ້ພະຍາຍາມຄວບຄຸມການຂະຫຍາຍຕົວຂອງປະຊາກອນ, ເຊິ່ງເປັນສ່ວນໜຶ່ງຂອງມາດຕະການແກ້ໄຂບັນຫາການຈະລາຈອນຕິດຂັດ, ການຂາດແຄນຊັບພະຍາກອນຕ່າງໆ ແລະ ລາຄາເຮືອນປັບຕົວເພີ່ມສູງຂຶ້ນ. ປະຊາ ກອນໃນນະຄອນຫຼວງປັກກິງ ເພີ່ມຂຶ້ນ 2 ສ່ວນ 3 ນັບຕັ້ງແຕ່ປີ 1998 ໃນຂະນະທີ່ການໃຊ້ພະລັງງານເພີ່ມຂຶ້ນຫຼາຍກວ່າສອງເທົ່າ ແລະ ຈຳນວນລົດຍົນຕາມທ້ອງຖະໜົນກໍເພີ່ມຂຶ້ນເປັນ 3 ເທົ່າ ເຈົ້າໜ້າທີ່ໃນນະຄອນຫຼວງປັກກິງ ປະກາດໃນປີທີ່ຜ່ານມາວ່າ ຈະດຳເນີນການຄວບຄຸມຈຳນວນປະຊາກອນໃຫ້ຢູ່ທີ່ 23 ລ້ານຄົນ ໃຫ້ໄດ້ໃນປີ 2026.

ຂ່າວລາຍງານໃຫ້ຮູ້ອີກວ່າ: ເຈົ້າໜ້າທີ່ທາງການຂອງຈີນ ໄດ້ພະຍາຍາມຄວບຄຸມການຂະ    ຫຍາຍຕົວຂອງປະຊາກອນປະເທດຈີນ ຢ່າງຈິງຈັງ ໂດຍສະເພາະໃນເມືອງໃຫຍ່ ເຊັ່ນ: ນະ ຄອນຫຼວງປັກກິງ ແລະ ນະຄອນຊຽງໄຮ້. ພ້ອມນັ້ນ, ລັດຖະບານ ຍັງໄດ້ພະຍາຍາມຫາທາງແກ້ໄຂອັດຕາການເກີດໃຫ້ຫຼຸດລົງໃນປີທີ່ຜ່ານມາ ແລະ ມີທ່າອ່ຽງຈະຫຼຸດລົງອີກໃນປີນີ້.

ສ່ວນປະຊາກອນອາຍຸສູງ ຄາດວ່າຈະເພີ່ມຂຶ້ນເປັນ 400 ລ້ານຄົນ ພາຍໃນໄລຍະໝົດປີ 2035 ຈາກຈຳນວນ 240 ລ້ານຄົນໃນປີ 2018 ເຮັດໃຫ້ສົ່ງຜົນກະທົບກັບງານບໍລິການດ້ານສຸຂະ ພາບ ແລະ ເງິນກອງທຶນບຳ  ເນັດບຳນານ ນຳອີກ.