ການນຳພັກ-ລັດ ແລະ ມວນຊົນ ຊາວນະຄອນຫຼວງວຽງຈັນ ໃສ່ບາດໃນງານບຸນນະມັດສະການພຣະທາດຫຼວງ

0
2535
ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍ ພັນລະຍາ

ການນໍາພັກ-ລັດ ນໍາໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍຄະນະການນໍາຂັ້ນສູງຂອງ ສປປ ລາວ ແລະ ຊາວນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ ໄດ້ຮ່ວມພິທີໃສ່ບາດໃນມື້ສຸດທ້າຍຂອງງານບຸນນະມັດສະການພຣະທາດຫຼວງ ໃນຕອນເຊົ້າວັນທີ 22 ພະຈິກ 2018 ກົງກັບມື້ິຂຶ້ນ 15 ຄໍ່າເດືອນ 12 ລາວ ດ້ວຍບັນຍາກາດຄຶກຄື້ນຕາມຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ.

ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍ ພັນລະຍາ

ພິທີດັ່ງກ່າວໄດ້ ມີຂຶ້ນຢູ່ໃນກົມມະລຽນອ້ອມຮອບພຣະທາດຫຼວງ ລວມໄປເຖິງບໍລິເວນເດີ່ນດ້ານນອກຂອງພຣະທາດຫຼວງ ມີມວນຊົນຈໍານວນຫຼາຍໄດ້ພ້ອມກັນນໍາພາລູກ-ຫຼານມາໃສ່ບາດ, ຖວາຍສັງຄະທານແດ່ພຣະສົງທີ່ມາຈາກເຂດແຂວງຕ່າງໆໃນຂອບເຂດທົ່ວປະເທດ ແລະ ຕ່າງປະເທດຫຼາຍກວ່າ 4.000 ອົງ ທີ່ມາຮ່ວມນະມັດສະການ ແລະ ກາບໄຫວ້ພຣະທາດຫຼວງທີ່ສັກສິດ ເປັນມິ່ງຂວັນຂອງປະຊາຊົນລາວທັງຊາດ.

ທ່ານ ນາງ ປານີ ຢາທໍ່ຕູ້ – ທ່ານ ດຣ ພັນຄຳ ວິພາວັນ

ເຊິ່ງໜຶ່ງປີມີຄັ້ງໜຶ່ງ ເພື່ອອຸທິດເຖິງດວງວິນຍານຂອງບັນພະບູລຸດ ແລະ ຜົນງານອັນລໍ້າເລີດໃນການອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການສ້າງ ແລະ ປະຕິສັງຂອນອົງພຣະທາດຈົນສໍາເລັດ.

<<–>>

ມາຮອດປັດຈຸບັນ, ພຣະທາດຫຼວງ ໄດ້ກາຍເປັນມິ່ງຂວັນ ແລະ ມໍລະດົກອັນລໍ້າຄ່າທີ່ຊາວລາວທົ່ວທັງປະເທດ ໄດ້ພ້ອມພາກັນສັກກະລະບູຊາ, ກາບໄຫວ້ສືບທອດກັນມາຮອດເທົ່າທຸກວັນນີ້.

ທ່ານ ດຣ ສອນໄຊ ສີພັນດອນ ພ້ອມດ້ວຍ ພັນລະຍາ

ໃນຕອນບ່າຍຂອງວັນດຽວກັນ, ຍັງໄດ້ມີການແຂ່ງຂັນຕີຄີ ອັນເປັນປະເພນີທີ່ເຄີຍປະຕິບັດກັນມາ ລະຫວ່າງ ຝ່າຍປະຊາຊົນ ແລະ ຝ່າຍພະນັກງານ ຢູ່ທີ່ເດີ່ນດ້ານໜ້າ ພຣະທາດຫຼວງ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ທັງເປັນການປະຕິບັດຕາມຮີດ 12 ຄອງ 14 ທີ່ບັນພະບູລຸດລາວໄດ້ກໍານົດໄວ້ໃຫ້ຕິດພັນກັບບຸນນະມັດສະການພຣະທາດຫຼວງ ໃນຕອນຄໍ່າຂອງມື້ດຽວກັນ ກໍມີພິທີສູດປະລິຕະມົງຄຸນ, ວຽນທຽນ ແລະ ຈູດບັ້ງໄຟດອກເພື່ອສັກກະລະບູຊາ ພະທາດຫຼວງ ໃຫ້ມີຄວາມຮຸ່ງເຮືອງສວຍງາມຢູ່ຄູ່ປະຊາຊົນ ແລະ ຊາດລາວຕະຫຼອດຊົ່ວກາລະນານ.

ບັນດາມວນຊົນ ທີ່ມາຮ່ວມໃສ່ບາດ

ສຳລັບຜົນຂອງການແຂ່ງຂັນຕີຄີ ຍັງສາມາດທວາຍຊາຕາຂອງບ້ານເມືອງໄດ້ ( ຕາມຄວາມເຊື່ອທີ່ເລົ່າສືບຕໍ່ກັນມາ ), ຫາກປີໃດ ຝ່າຍລັດຖະບານ ຊະນະ ແມ່ນປີນັ້ນຝົນບໍ່ຕົກຖືກຕ້ອງຕາມລະດູ, ຜົນຜະລິດບໍ່ສູງເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫຼາຍ, ເກີດພະຍາດລະບາດ, ຖ້າປີໃດ ຝ່າຍປະຊາຊົນ ຊະນະ ປີນັ້ນຝົນຟ້າເປັນໃຈ, ຜົນຜະລິດໄດ້ຫຼາຍ, ເຂົ້າປາອາຫານເຫຼືອຢູ່ເຫຼືອກິນ, ປະຊາຊົນຢູ່ເປັນສຸກບ້ານເມືອງສະຫງົບສຸກປອດໄພ; ເຊິ່ງຜົນການແຂ່ງຂັນປີນີ້ ແມ່ນ ຝ່າຍປະຊາຊົນ ເອົາຊະນະ ຝ່າຍພະນັກງານ.

ປະຊາຊົນ ຊາວນະຄອນຫຼວງວຽງຈັນ
<<–>>
<<–>>
ນໍາໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍຄະນະ
ທ່ານ ບຸນຍັງ ວໍລະຈິດ ຕີຄ້ອງເປີດງານ
ບັນດາປະຊາຊົນທີ່ມາ ງານບຸນພຣະທາດຫຼວງ
ໃສ່ບາດ ແລະ ຖວາຍສັງຄະທານແດ່ພຣະສົງທີ່ມາຈາກເຂດແຂວງຕ່າງໆ
ນະມັດສະການພຣະທາດຫຼວງ