ປາຖະກະຖາໂດຍ ພັອ ບົວພັນ ຍໍລະວົງສາ

ໃນວັນທີ 23 ພະຈິກ 2018, ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງ ການປະຕິວັດລາວ ຄົບຮອບ 50 ປີ ( 30 ພະຈິກ 1968-30 ພະຈິກ 2018) ເພື່ອໃຫ້ບັນດາພະນັກງານຫຼັກແຫຼ່ງ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມກ່ຽວກັບປະຫວັດ, ມູນເຊື້ອ, ຄວາມໝາຍຄວາມສຳຄັນຂອງ ເມືອງວຽງໄຊ ແຂວງຫົວພັນ ກໍຄືມູນເຊື້ອອັນປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ ທັງເປັນການລະນຶກໄຊຊະນະອັນຍິ່ງໃຫຍ່ຂອງ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ.

ປາຖະກະຖາໂດຍ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ໃຫ້ຮູ້ວ່າ:

ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ

ສູນກາງພັກປະຊາຊົນລາວ ( ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ) ໄດ້ຕົກລົງສ້າງຕັ້ງເມືອງວຽງໄຊ ເປັນຖານທີ່ໝັ້ນຂອງ ການປະຕິວັດລາວ ໃນວັນທີ 30 ພະຈິກ 1968 ເພື່ອເສີມຂະຫຍາຍໄຊຊະນະອັນໃຫຍ່ຫຼວງ ແລະ ການຂະຫຍາຍຕົວຂອງ ການປະຕິວັດລາວ ແລະ ເພື່ອສືບຕໍ່ພາລະກິດປະຕິວັດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. 

ພັອ ບົວພັນ ຍໍລະວົງສາ

ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ເມືອງວຽງໄຊ ໄດ້ກາຍເປັນສູນກາງແຫ່ງການຊີ້ນຳ-ນຳພາຮອບດ້ານຂອງພັກ ໃນພາລະກິດປົດປ່ອຍຊາດຢ່າງມີໄຊກາຍເປັນບ່ອນກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ, ໃຫ້ເຕີບໃຫຍ່ແຂງແຮງທັງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມເດັດດ່ຽວໜຽວແໜ້ນໃນການເຂົ້າຮ່ວມຕໍ່ສູ້ປົດປ່ອຍປະເທດຊາດຢ່າງພິລະອາດຫານ.

ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງ ການປະຕິວັດລາວ

ໃນໂອກາດນີ້, ທ່ານຫົວໜ້າ ປຕ ໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງທຸກສະຫາຍ ຈົ່ງເສີມຂະຫຍາຍມູນເຊື້ອແຫ່ງການຊີ້ນຳ-ນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອຕໍ່ສູ້ພິລະອາດຫານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານຂອງປະຊາຊົນລາວບັນດາເຜົ່າ ເພື່ອນຳມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດຍິ່ງຂຶ້ນ.