ໂຄງການປູກພືດ ທົດແທນການປູກຝິ່ນ

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຮ່ວມກັບ ຄະນະກໍາມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ສປ ຈີນ ໄດ້ປຶກສາຫາລືກ່ຽວກັບ ບໍລິສັດ ຂອງ ສປ ຈີນ ທີ່ໄດ້ມາລົງທຶນຢູ່ ສປປ ລາວ ໃນການປະຕິບັດໂຄງການປູກພືດ ທົດແທນການປູກຝິ່ນ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ ໃນວັນທີ 20 ພະຈິກ 2018, ໂດຍມີ ພັອ ອ່ອນຜິວ ໂຄ້ງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມຄະນະ ແລະ ທ່ານ ຈູກວາງໝິງ ຫົວໜ້າພະແນກສືບສວນ-ສອບສວນ ທັງເປັນຄະນະກໍາມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ສປ ຈີນ ພ້ອມຄະນະ.

ການຫາລືໃນຄັ້ງນີ້ ແມ່ນເພື່ອມາແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບ ບໍລິສັດຂອງ ສປ ຈີນ ທີ່ໄດ້ມາລົງທຶນຢູ່ ສປປ ລາວ ໃນການປະຕິບັດໂຄງການປູກພືດ ທົດແທນການປູກຝິ່ນ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ ພາຍຫຼັງທີ່ໄດ້ຮ່ວມກັນໄປສຳຫຼວດ ບໍລິສັດຂອງ ສປ ຈີນ ທີ່ມາປະຕິບັດໂຄງການປູກພືດ ທົດແທນການປູກຝິ່ນ ຢູ່ແຂວງອຸດົມໄຊ ແລະ ຫຼວງພະບາງ ເພຶ່ອກຳໄດ້ສະພາບການດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຊອກຫາວິທີໃນການຊຸກຍູ້ສົ່ງເສີມໃຫ້ບໍລິສັດເຂົ້າມາປະຕິບັດ ໂຄງການປູກພືດທົດ ແທນການປູກຝິ່ນຢູ່ບັນດາແຂວງພາກເໜືອຂອງລາວ ໃຫ້ຖືກຕ້ອງຕາມເປົ້າໝາຍ, ມີປະສິດທິຜົນສູງເພື່ອປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດຂອງລາວ ກໍຄືວຽກງານຄວບຄຸມພືດທີ່ເປັນຢາເສບຕິດ ເພື່ອໃຫ້ປະຊາຊົນທີ່ປູກພືດເປັນສານເສບຕິດຫັນມາປະກອບອາຊີບອື່ນສ້າງລາຍຮັບ ໃຫ້ແກ່ປະຊາຊົນທີ່ຖືກຕ້ອງຕາມກົດໝາຍ.

ນອກນັ້ນ, ຍັງຈະເປັນຂໍ້ມູນພື້ນຖານອັນດີ ເພື່ອກະກຽມໃຫ້ແກ່ກອງປະຊຸມຮ່ວມມືລະດັບເຈົ້າໜ້າທີ່ອາວຸໂສສອງຝ່າຍ ລາວ-ຈີນ ວ່າດ້ວຍ ການກວດກາ ແລະ ຄວບຄຸມຢາເສບຕິດ ຄັ້ງທີ 15 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນທ້າຍປີ 2018.