ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ

ໃນໂອກາດທີ່ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເມືອງໃໝ່ ແຂວງຜົ້ງສາລີ ໃນອາທິດແລ້ວນີ້, ທ່ານໄດ້ມີການພົບປະໂອ້ລົມ ໂດຍເນັ້ນໃຫ້ການນຳ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງ ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາ ການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແນໃສ່ຮັບປະກັນໃຫ້ສະພາບພາຍໃນເມືອງມີຄວາມສະຫງົບ, ພໍ່-ແມ່ປະຊາຊົນດຳລົງຊີວິດດ້ວຍຄວາມປອດໄພ.

ທ່ານກ່າວເນັ້ນວ່າ: 

ບັນດາສະຫາຍໃນຄະນະການນຳ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນເມືອງໃໝ່ ຈົ່ງເປັນເຈົ້າການນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍເລີ່ມຈາກການປຸກລະດົມເຕົ້າໂຮມຄວາມສາມັກຄີ, ພ້ອມກັນຮັກສາເສີມຂະຫຍາຍມູນເຊື້ອປະຕິວັດຄວາມກ້າຫານ, ຄວາມເສຍສະລະຕໍ່ກັບເມືອງວິລະຊົນ, ພ້ອມກັນພັດທະນາເສດຖະກິດຂອງເມືອງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ເພື່ອເປັນການແກ້ໄຂຄວາມທຸກຍາກຂອງພໍ່-ແມ່ປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ພັນຄຳ ວິພາວັນ

ທ່ານ ສົມຈິດ ສິດທິວົງ ເຈົ້າເມືອງໆໃໝ່ ໄດ້ລາຍງານວ່າ: 

ການນຳ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງໃໝ່

ໃນໄລຍະ 10 ເດືອນ ທີ່ຜ່ານມາ, ສະພາບເສດຖະກິດຂອງເມືອງໃໝ່ ມີການຂະຫຍາຍຕົວໃນລະດັບ 8,12%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍໃສ່ຫົວຄົນບັນລຸໄດ້ 840 ໂດລາຕໍ່ຄົນຕໍ່ປີ, ໃນນີ້ກະສິກຳ ແລະ ປ່າໄມ້ ກວມ 66,79%, ອຸດສາຫະກຳ ແລະ ຫັດຖະກຳ ກວມ 4,56% ແລະ ການບໍລິການ 28,65% ຂອງມູນຄ່າຜະລິດຕະພັນພາຍໃນ. ມາຮອດປັດຈຸບັນທົ່ວເມືອງມີໂຄງການລົງທຶນທັງໝົດ 93 ໂຄງການ, ມີມູນຄ່າ 294 ກວ່າຕື້ກີບ, ມີບ້ານທຸກຍາກ 63 ບ້ານ ກວມ 75,90%, ຄອບຄົວທຸກຍາກມີ 2.110 ຄອບຄົວ ກວມ 35,23%, ມີເສັ້ນທາງເຂົ້າເຖິງບ້ານ 80 ບ້ານ ກວມ 96%, ທ່ຽວໄດ້ສອງລະດູມີ 43 ບ້ານ ກວມ 52%, ບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວ ມີ 39 ບ້ານ ກວມ 47%.

ເນັ້ນ ເອົາໃຈໃສ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ພ້ອມດຽວກັນນີ້, ກໍໄດ້ມີພິທີມອບໂຮງຮຽນປະຖົມສົມບູນນໍ້າງາ ແລະ ອຸປະກອນການຮຽນ-ອຸປະກອນກິລາ ແລະ ເປີດການນໍາໃຊ້ໂຮງຮຽນຫຼັງດັ່ງກ່າວຢ່າງເປັນທາງການ, ເຊິ່ງໂຮງຮຽນຫຼັງດັ່ງກ່າວ ເປັນອາຄານຊັ້ນດຽວມີ 5 ຫ້ອງ ມູນຄ່າການກໍ່ສ້າງ 495.000.000 ກີບ.