ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ພະຈິກ ນີ້ວ່າ: ພັກກິດປະຊາຊົນ (PAP) ຂອງສິງກະໂປ ທີ່ປົກຄອງປະເທດມາຕັ້ງແຕ່ກໍ່ຕັ້ງປະເທດ ຖະແຫຼງການວ່າ ພັກຈະປະກາດຕຳແໜ່ງໃໝ່ໃນຄະນະກຳມະການບໍລິຫານກາງ, ເຊິ່ງໜຶ່ງໃນນັ້ນຄື: ຕຳແໜ່ງເລຂາທິການພັກຄົນທີ່ໜຶ່ງ ຕຳແໜ່ງນີ້ຈະຂຶ້ນກັບເລຂາທິການພັກ, ເຊິ່ງປັດຈຸບັນຄື: ທ່ານ ລີ ຊຽນລຸງ ນາຍົກລັດຖະມົນຕີ ອາຍຸ 66 ປີ ຈະປະກາດລາອອກຈາກຕຳແໜ່ງເມື່ອມີການເລືອກຕັ້ງຄັ້ງໃໝ່ ແລະ ການເລືອກຕັ້ງຈະຈັດຂຶ້ນໃນເດືອນມັງກອນ ປີ 2021. ແຕ່ມີການເປີດເຜີຍວ່າ ອາດຈະມີການຂັດເລືອກກ່ອນກຳນົດໃນປີໜ້າ.

ຂ່າວລາຍງານໃຫ້ຮູ້ອີກວ່າ: ຜູ້ທີ່ຈະເຂົ້າເລືອກຕັ້ງເປັນເລຂາທິການພັກຄົນໃໝ່ມີ 2 ທ່ານ ຄື: ທ່ານ ເຮງ ສະວີກິດ ລັດຖະມົນຕີກະຊວງການເງິນ ອາຍຸ 57 ປີ ແລະ ທ່ານ ຊານ ຊຸນຊິງ ລັດຖະມົນຕີການຄ້າ ແລະ ອຸດສາ ຫະກຳ ອາຍຸ 49 ປີ, ເຊິ່ງຊາວສິງກະໂປ ຈະໄດ້ເຫັນສັນຍານຢ່າງຊັດເຈຍວ່າ ທ່ານໃດຈະໄດ້ສືບຕໍ່ຮັບໜ້າທີ່ເລຂາທິການພັກ ແລະ ໃນຖານະຫົວໜ້າພັກ PAP ແລະ ນາຍົກລັດຖະມົນຕີຄົນທີ່ສີ່ຂອງປະເທດ.