ເປັນປະທານໂດຍ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ

ສານປະຊາຊົນສູງສຸດ ເປີດຊຸດຝຶກອົບຮົມວຽກງານຈ່າສານ ຊຸດທີ IV ໃຫ້ພະນັກງານສານປະຊາຊົນທົ່ວປະເທດ ຈໍານວນ 79 ທ່ານ ໃນວັນທີ 26 ພະຈິກ 2018 ເຊິ່ງຈະດໍາເນີນໄປເປັນເວລາ 10 ວັນ, ເປັນປະທານໂດຍ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ມີຫົວໜ້າກົມ-ຮອງກົມຂອງສານປະຊາຊົນສູງສຸດ ພ້ອມດ້ວຍນັກສໍາມະ ນາກອນ ເຂົ້າຮ່ວມ.

ທ່ານ ບຸນຂວາງ ທະວີສັກ ກ່າວວ່າ: 

ສານປະຊາຊົນສູງສຸດ

ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງ ແລະ ພັດທະນາທັກສະໃນການປະຕິບັດໜ້າທີ່ວິຊາສະເພາະຂອງພະນັກງານສານປະຊາຊົນ, ພ້ອມທັງເປັນການປະຕິບັດຕາມມາດຕາ 44 ຂອງກົດໝາຍ ວ່າດ້ວຍ ສານປະຊາຊົນ ທີ່ໄດ້ກໍານົດວ່າ ຈ່າສານຕ້ອງໄດ້ຮັບການບໍາລຸງ, ຍົກລະດັບຄວາມຮູ້ກ່ຽວກັບວຽກງານຈ່າສານ, ກົດໝາຍ ວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012 ມາດຕາ 59 ແລະ ກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ສະບັບປັບປຸງປີ 2012 ມາດຕາ 62 ທີ່ ໄດ້ກໍານົດສິດ ແລະ ໜ້າທີ່ຂອງຈ່າສານ.

ບັນດາຜູ້ເຂົ້າຮ່ວມທັງຫຼາຍ

ການຝຶກອົບຮົມໃນຄັ້ງນີ້, ນັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບ ຄຸນທາດການເມືອງ, ຈັນຍາບັນຈັນຍາທໍາ, ມະນຸດສໍາພັນ, ພາລະບົດບາດສິດ ແລະ ໜ້າທີ່ຂອງຈ່າສານ, ຄວາມຮັບຜິດຊອບຂອງຈ່າສານ ໃນການດໍາເນີນຄະດີແພ່ງ, ຄວາມຮັບຜິດຊອບຂອງຈ່າສານໃນການດໍາເນີນຄະດີອາຍາ, ການກວດກາຄໍາຮ້ອງຟ້ອງ, ຝຶກຫັດການກວດກາຄໍາຮ້ອງຟ້ອງ, ການອອກໝາຍຮຽກ, ວິທີອອກໃບແຈ້ງໂທດ, ການບັນທຶກ, ການຈັດລຽງເອກະສານ, ຝຶກຫັດການຈັດລຽງເອກະສານ, ການປະຊຸມສານ, ຝຶກຫັດປະຊຸມສານ ( ສານຈໍາລອງ ), ວຽກງານສະຖິຕິ ແລະ ຝຶກຫັດວຽກງານສະຖິຕິ ເຊິ່ງການຝຶກອົບຮົມໃນຄັ້ງນີ້ ຈະດໍາເນີນເປັນເວລາ 10 ວັນ ( ວັນທີ 26 ພະຈິກ ຫາ 7 ທັນວາ 2018 ) ຈຶ່ງຈະສຳເລັດ.