ເປັນປະທານ ແລະ ຕັດແຖບຜ້າໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ

ງານວາງສະແດງຮູບພາບ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງ ການປະຕິວັດລາວ ຄົບຮອບ 50 ປີ ( 30 ພະຈິກ 1968-30 ພະຈິກ 2018 ) ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2018 ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ, ສາມາດເຂົ້າຊົມໄດ້ນັບແຕ່ມື້ນີ້ເປັນຕົ້ນໄປ, ເປັນປະທານ ແລະ ຕັດແຖບຜ້າໂດຍ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ທັງເປັນຫົວໜ້າຄະນະຮັບຜິດຊອບລະດັບຊາດ ງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງ ການປະຕິວັດລາວ ຄົບຮອບ 50 ປີ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກ່າວວ່າ:

ວັນສ້າງຕັ້ງເມືອງວຽງໄຊ – ການທີ່ໝັ້ນຂອງ ການປະຕິວັດລາວ

ງານວາງສະແດງຮູບພາບ ແລະ ເອກະສານ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງ ການປະຕິວັດລາວ ຄົບຮອບ 50 ປີ ໃນຄັ້ງນີ້ ເພື່ອເປັນການຫວນຄືນມູນເຊື້ອຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໃນການຊີ້ນໍາ-ນໍາພາການປະຕິວັດ, ທັງເປັນການລະນຶກຈົດຈໍາລໍ້າລຶກ ເຖິງໄຊຊະນະອັນຍິ່ງໃຫຍ່ຂອງ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ; ກໍຄືຜົນງານອັນລໍ້າເລີດ ແລະ ຄຸນງາມຄວາມດີທີ່ການນໍາຮຸ່ນກ່ອນ ໂດຍສະເພາະແມ່ນ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ແລະ ບັນດາທ່ານອື່ນໆ ທີ່ໄດ້ນໍາພາ-ພາລະກິດປະຕິວັດຕໍ່ສູ້ປົດປ່ອຍຊາດ, ຍາດເອົາອໍານາດອະທິ ປະໄຕ ສ້າງຕັ້ງເມືອງວຽງໄຊ ເປັນຖານທີ່ໝັ້ນທີ່ແຂງແກ່ນ ຈົນສາມາດກ້າວໄປເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 2 ທັນວາ 1975, ນໍາພາປະເທດຊາດເຂົ້າສູ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ.

ງານວາງສະແດງຮູບພາບ ເມືອງວຽງໄຊ

ພ້ອມນີ້, ຍັງເປັນການສຶກສາອົບຮົມສະມາຊິກພັກ-ພະນັກງານ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໂດຍສະເພາະຄົນຮຸ່ນໜຸ່ມໃຫ້ເຂົ້າໃຈຢ່າງຈະແຈ້ງເລິກເຊິ່ງ ເຖິງເສັ້ນທາງການຕໍ່ສູ້ອັນຍືດເຍື້ອຍາວນານຂອງການປະຕິວັດລາວ, ມູນເຊື້ອອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ຮໍ່າຮຽນເອົາຄຸນສົມບັດອັນໃສແຈ້ງຂອງບັນດາທ່ານຜູ້ນໍາພັກ-ລັດ ແລະ ຍັງເປັນການປົກປັກຮັກສາໝາກຜົນຂອງ ການປະຕິວັດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.