ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ພະຈິກ ນີ້ວ່າ: ຢູ່ທາງພາກຕາເວັນອອກກາງຂອງສະຫະລັດ ອາເມລິກາ ກຳລັງປະເຊີນກັບພາຍຸຫິມະໃນລະດູໜາວຢ່າງຮ້າຍແຮງຕັ້ງແຕ່ໄລຍະທ້າຍອາທິດຜ່ານມາ ເຮັດໃຫ້ມີການຍົກເລີກຖ້ຽວບິນ ແລະ ອອກເດີນທາງຊ້າກວ່າກຳໜົດ 6.000 ຖ້ຽວ ຈົນເຖິງວັນທີ 26 ພະຈິກ ນີ້.

ຕາມການລາຍງານຂອງອົງກອນຕິດຕາມການບິນ (Flight Aware) ໃນວັນທີ 25 ພະຈິກ ທີ່ຜ່ານມາວ່າ: ມີຖ້ຽວບິນຖືກຍົກເລີກຫຼາຍກວ່າ 1.200 ຖ້ຽວ, ຂະນະທີ່ວັນທີ 26 ພະຈິກ ມີການຍົກເລີກຖ້ຽວບິນ 870 ຖ້ຽວ, ສ່ວນໃຫຍ່ແມ່ນຢູ່ທີ່ເມືອງຊີຄາໂກ ເຮັດໃຫ້ຜູ້ໂດຍສານຈຳນວນຫຼາຍຕົກຄ້າງຢູ່ສະໜາມບິນ.

ນອກຈາກນັ້ນ. ຫິມະທີ່ຕົກລົງມາຫຼາຍ ຍັງເຮັດໃຫ້ການສັນຈອນຕາມເສັ້ນທາງຫຼາຍສາຍໃນລັດແຄນຊັດ ຕ້ອງຖືກປິດ ເນື່ອງຈາກບໍ່ສາມາດເບິ່ງເຫັນ ແລະ ສະພາບຖະໜົນມີຄວາມສ່ຽງອັນຕະລາຍຫຼາຍ ຈົນຜູ້ວ່າລັດຕ້ອງປະກາດພາວະສຸກເສີນທາງໄພພິບັດທຳມະຊາດໃນວັນທີ 25 ພະຈິກ ທີ່ຜ່ານມາ. ແນວໃດກໍຕາມ, ສ່ວນຢູ່ໃນລັດໄອໂອວາ ແມ່ນມີພາຍຸຫິມະຕົກຖະຫຼົ່ມຢ່າງຮ້າຍແຮງກວ່າໝູ່ໃນບັນດາລັດທີ່ຕັ້ງຢູ່ທາງພາກຕາເວັນອອກກາງ ໂດຍມີຫິມະສູງເຖິງ 17 ນິ້ວ, ສ້ວນທີ່ເມືອງຣັອກຟອດ ໃນລັດອິນລິນອຍ ມີຫິມະສູງເກືອບ 1 ຟຸດ, ຂະນະທີ່ເມືອງແຄນຊັດ ໃນລັດມິສວູຣີ ມີຫິມະຕົກ 5,3 ນິ້ວ.

ປັດຈຸບັນ, ພາຍຸລະດູໜາວກຳລັງເຄື່ອນຕົວໄປທາງຕາເວັນອອກ, ເຊິ່ງຄາດວ່າຈະເຮັດໃຫ້ເກີດຝົນຕົກ ແລະ ມີນ້ຳຖ້ວມໃນຫຼາຍເມືອງເຊັ່ນ: ນະຄອນນິວຢອກ ແລະ ລັດ ຟິລາເດນເຟຍ. ຈາກນັ້ນ, ນັບແຕ່ວັນທີ່ 27 ພະຈິກ ເປັນຕົ້ນໄປ ພາຍຸຈະເຄື່ອນຕົວເຂົ້າສູ່ຕອນເໜືອຂອງລັດນິວອິງແລນ ເຮັດໃຫ້ເກີດຫິມະຕົກຫຼາຍ ແລະ ມີລົມພັດແຮງນຳອີກ.