ປາຖະກະຖາໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວປສ ແຫ່ງຊາດ

ວິທະຍາຄານປ້ອງກັນຄວາມສະຫງົບ ( ວປສ ) ແຫ່ງຊາດ ກະຊວງ ປກສ ໄດ້ຈັດຕັ້ງພິທີປາຖະກະຖາວັນສ້າງຕັ້ງ ວປສ ແຫ່ງຊາດ ຄົບຮອບ 23 ປີ ( 27 ພະຈິກ 1995-27 ພະຈິກ 2018 ) ໃນວັນທີ 26 ພະຈິກ 2018, ປາຖະກະຖາໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວປສ ແຫ່ງຊາດ, ມີຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ ແລະ ພະແນກການອ້ອມຂ້າງ ວປສ ເຂົ້າຮ່ວມ.

ພົຈວ ປອ ວັນເຮືອງ ນັນທະຈັກ ໃຫ້ຮູ້ໂດຍຫຍໍ້ວ່າ:

ເພື່ອປະຕິບັດທິດທາງແຜນການກໍ່ສ້າງ ສະຖາບັນການສຶກສາ ຂອງ ກຳລັງ ປກສ ຢູ່ພາຍໃນປະເທດໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍແລ້ວ, ລັດຖະມົນຕີວ່າການກະຊວງພາຍໃນ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 701/ພນ ລົງວັນທີ 22 ກໍລະກົດ 1994 ກ່ຽວກັບ ການແຕ່ງຕັ້ງຄະນະຊີ້ນຳ ກະກຽມສ້າງຕັ້ງໂຮງຮຽນປ້ອງກັນຄວາມສະຫງົບຊັ້ນສູງ.

ພົຈວ ປອ ວັນເຮືອງ ນັນທະຈັກ
ວັນສ້າງຕັ້ງ ວປສ ແຫ່ງຊາດ

ເຊິ່ງຄະນະຊີ້ນຳດັ່ງກ່າວ ປະກອບມີ ພົຈວ ສຸດໃຈ ທຳມະສິດ ຫົວໜ້າກົມໃຫຍ່ ກໍ່ສ້າງກຳລັງ ເປັນປະທານ ພ້ອມດ້ວຍຄະນະ 7 ທ່ານ ເພື່ອສືບຕໍ່ໃນການຄົ້ນຄວ້າສ້າງຕັ້ງສະຖາບັນການສຶກສາຊັ້ນສູງຂອງ ກຳລັງ ປກສ ຕາມຫຼັກສູດໂຄງການມາດຕະຖານການສຶກສາແຫ່ງຊາດ ແລະ ການສຶກສາລະດັບພາກພື້ນ; ມາວັນທີ 27 ພະຈິກ 1995, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ 93/ນຍ ວ່າດ້ວຍ ການສ້າງຕັ້ງວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ ແລະ ກຳນົດຂຽນຕົວອັກສອນຫຍໍ້ວ່າ “ ວປສ ” ແຫ່ງຊາດ ເຊິ່ງເປັນວິທະຍາຄານຂອງລັດ ທີ່ຢູ່ພາຍໃຕ້ການຊີ້ນຳ ແລະ ຄຸ້ມຄອງໂດຍກົງຂອງກະຊວງພາຍໃນ ແລະ ມາວັນທີ 13 ທັນວາ 1995 ໄດ້ຈັດພິທີປະກາດສ້າງຕັ້ງວິທະຍາຄານດັ່ງກ່າວທີ່ຂຶ້ນກັບ ກະຊວງ ພາຍໃນ ແລະ ໄຂຊຸດຮຽນລະບົບປະລິນຍາຕີ ຮຸ່ນທີ I ໃຫ້ແກ່ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ.

ນັບແຕ່ມື້ໄດ້ຮັບການສ້າງຕັ້ງຈົນເຖິງປັດຈຸບັນ, ວປສ ແຫ່ງຊາດ ໄດ້ມີການປັບປຸງລະບົບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ  ນຳພາ-ບັນຊາເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະ ເພື່ອເຮັດໃຫ້ລະບົບການຈັດຕັ້ງຂອງ ວປສ ແຫ່ງຊາດ ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ນຳພາສະຖາບັນການສຶກສາແຫ່ງນີ້ມີຄວາມກ້າວໜ້າ ເລື້ອຍໆມາ, ເຊິ່ງໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການ ແລະ ພະນັກງານຄູ-ອາຈານ ໄດ້ສູ້ຊົນກໍ່ສ້າງກຳລັງວິຊາສະເພາະຕາມ 2 ສາຍຄື: ສາຍສັນຕິບານ ແລະ ສາຍຕໍາຫຼວດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງ ໃນໄລຍະໃໝ່ ໃຫ້ມີຄຸນນະພາບ; ຈາກຜົນງານ ແລະ ໄຊຊະນະທີ່ສາມາດຍາດມາໄດ້ ໄລຍະຜ່ານມາ ເຮັດໃຫ້ ວປສ ແຫ່ງຊາດ ໄດ້ຮັບການຍ້ອງຍໍຈາກລັດຖະບານ ແລະ ກະຊວງ ປກສ ຄື: ໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈຳນວນ 2 ໜ່ວຍ, ຊັ້ນ II ຈໍານວນ 4 ໜ່ວຍ ແລະ ຊັ້ນ III ຈໍານວນ 1 ໜ່ວຍ ແລະ ໄດ້ຮັບທຸງໄຊກົມກອງດີເດັ່ນ ປະຈຳປີ 3 ຄັ້ງ.

ວິທະຍາຄານປ້ອງກັນຄວາມສະຫງົບ ( ວປສ ) ແຫ່ງຊາດ

ໃນຕໍ່ໜ້າ, ຄະນະອຳນວຍການ ວປສ ແຫ່ງຊາດ ຈະສືບຕໍ່ຕັ້ງໜ້າພັດທະນາຫຼັກສູດ, ໂຄງການແຕ່ລະລະບົບໃຫ້ແທດເໝາະກັບສະພາບໃນໄລຍະໃໝ່ ພ້ອມທັງຍົກສູງຄຸນນະພາບຂອງໂຄງການສຶກສາຕາມຫຼັກສູດ 5 ຫຼັກມູນ, 10 ມາດຖານ ແລະ 50 ຕົວຊີ້ວັດ ທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປະກົດຜົນເປັນຈິງ; ປັບປຸງບັນດາເອກະສານຮັບໃຊ້ເຂົ້າໃນການສອນ-ການຮຽນໃຫ້ພຽງພໍ ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ແລະ ຫັນເອົາການສຶກສາໄປຕາມທິດການສິດສອນ, ເອົານັກຮຽນເປັນໃຈກາງ ເພື່ອເສີມຂະຫຍາຍຄວາມສາມາດໃນການຄົ້ນຄວ້າດ້ວຍຕົນເອງເທື່ອລະກ້າວ ແນໃສ່ຍົກສູງຄຸນນະພາບການສຶກສາໄປຕາມລະບົບມາດຕະຖານການສຶກສາແຫ່ງຊາດ ແລະ ສາກົນເທື່ອລະກ້າວ, ສາມາດຕອບສະໜອງການກໍ່ສ້າງ ກຳລັງປ້ອງກັນຄວາມສະຫງົບ ໃຫ້ມີລະດັບວິຊາການ, ວິຊາສະເພາະທີ່ສາມາດເຊື່ອມຕົວເຂົ້າໃນວຽກງານພົວພັນກັບສາກົນໄດ້ເປັນຢ່າງດີ ແລະ ຈະສືບຕໍ່ປະຕິບັດໂຄງການກໍ່ສ້າງລະດັບປະລິນຍາເອກ ໃຫ້ປະກົດຜົນເປັນ ຈິງ.