ບໍລິສັດ ລັດວິສາຫະກິດ ໄປສະນີ ລາວ ຈັດພິທີປາຖະກະຖາ 3 ວັນປະຫວັດສາດຂອງຊາດ

ບໍລິສັດ ລັດວິສາຫະກິດ ໄປສະນີ ລາວ ຈັດພິທີປາຖະກະຖາ 3 ວັນປະຫວັດສາດຂອງຊາດ, ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ (2 ທັນວາ 1975-2 ທັນວາ 2018), ວັນຄ້າຍວັນເກີດປະທານ ໄກສອນ ພົນວິຫານ ຄົບຮອບ 98 ປີ (13 ທັນວາ 1920-13 ທັນວາ 2018) ແລະ ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018) ໃນວັນທີ 27 ພະຈິກ 2018, ປາຖະກະຖາໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງໄປສະນີ-ໂທລະຄົມມະນາຄົມ ແລະ ການສື່ສານ, ມີເລຂາຄະນະພັກຮາກຖານຜູ້ອໍານວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ໄປສະນີ ລາວ, ຄະນະອໍານວຍການ, ຄະນະພະແນກ, ຄະນະສູນ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງພາຍໃນບໍລິສັດ ເຂົ້າຮ່ວມ.

ທ່ານ ບຸນສະເຫຼີມໄຊ ເຄນນາວົງ ກ່າວວ່າ: 

ປາຖະກະຖາໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ

ການປາຖະກະຖາ 3 ວັນປະຫວັດສາດ ຂອງຊາດ ໃນຄັ້ງນີ້ ກໍເພື່ອຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສໍາຄັນມູນເຊື້ອ ແລະ ໝາກຜົນແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ, ເດັດດ່ຽວໜຽວແໜ້ນ, ອົງອາດກ້າຫານ, ບໍ່ຍອມຈໍານົນ, ມີຈິດໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ຍອມເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອຊາດເພື່ອປະຊາຊົນ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສ, ຊີ້ນໍາໆພາຍາດເອົາໄຊຊະນະມາໃຫ້ປວງຊົນລາວທັງຊາດ.

ບັນດາແຂກຜູ້ເຂົ້າຮ່ວມ

ເພື່ອຈາລຶກຄຸນງາມຄວາມດີ ອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ເຊິ່ງທ່ານເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ຍອມເສຍສະຫຼະເພື່ອຊາດເພື່ອປະຊາຊົນຢ່າງແທ້ຈິງ, ເປັນແບບຢ່າງນໍາພາ, ມີການດໍາລົງຊີວິດທີ່ປອດໃສຂາວສະອາດ, ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນທັງຊາດ ເຊິ່ງເປັນແບບຢ່າງທີ່ດີໃຫ້ແກ່ເຍົາວະຊົນລຸ້ນໜຸ່ມ ກໍຄືພະນັກງານຜູ້ສືບທອດ ຕ້ອງໄດ້ຕັ້ງໃຈຝຶກຝົນຫໍ່ຼຫຼອມເອົາ ແລະ ສືບທອດມໍລະດົກອັນລໍ້າຄ່າຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ເພື່ອປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໃນຕໍ່ໜ້າ.

ບໍລິສັດ ລັດວິສາຫະກິດ ໄປສະນີ ລາວ

ພ້ອມນີ້, ທ່ານຮອງລັດຖະມົນຕີກະຊວງໄປສະນີ-ໂທລະຄົມມະນາຄົມ ແລະ ການສື່ສານ ຍັງໄດ້ຍົກໃຫ້ເຫັນກ່ຽວກັບ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ວ່າ: ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການໄລຍະການປ່ຽນແປງໃໝ່ ຈຶ່ງມີຄວາມຈໍາເປັນຕ້ອງຫັນໄປສູ່ການຄຸ້ມຄອງລັດດ້ວຍລັດຖະທໍາມະນູນ ແລະ ກົດໝາຍຢ່າງເປັນເອກະພາບ; ດ້ວຍເຫດນັ້ນ, ໃນກອງປະຊຸມ ເທື່ອທີ 6 ຂອງ ສະພາປະຊາຊົນສູງສຸດ ຊຸດທີ II ຈຶ່ງໄດ້ພິຈາລະນາຮັບຮອງເອົາລັດຖະທໍາມະນູນ ສະບັບທໍາອິດ ຂອງ ສປປ ລາວ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991.