ອົງການກວດກາລັດຖະບານ-ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຈັດພິທີໂຮມຊຸມນຸມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ ( 9 ທັນວາ 2003-9 ທັນວາ 2018 ) ໃນວັນທີ 7 ທັນວາ 2018 ຢູ່ທີ່ ສູນການຮ່ວມມື ລາວ-ຢີປຸ່ນ, ເປັນປະທານ ແລະ ກ່າວປາໄສໂດຍ ທ່ານ ສີໃນ ມຽງລາວັນ ຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ, ມີແຂກຮັບເຊີນ, ບັນດາສະຖານທູດຕ່າງປະເທດ ປະຈໍາ ລາວ, ອົງການຈັດຕັ້ງສາກົນ, ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສີໃນ ມຽງລາວັນ ກ່າວວ່າ:

ເປັນປະທານ ແລະ ກ່າວປາໄສໂດຍ ທ່ານ ສີໃນ ມຽງລາວັນ

ການສໍ້ລາດບັງຫຼວງ ແມ່ນສະພາບຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍທີ່ສົ່ງຜົນກະທົບ ແລະ ກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ໃນໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ພັດທະນາແລ້ວ ກໍລ້ວນແຕ່ມີຜົນກະທົບຈາກ ການສໍ້ລາດບັງຫຼວງເຊັ່ນດຽວກັນ

ທ່ານ ສີໃນ ມຽງລາວັນ

ເຊິ່ງເປັນໄພຂົ່ມຂູ່ຂອງທາງສະຖຽນລະພາບຂອງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມເຊື່ອໝັ້ນຕໍ່ສະຖາບັນການປົກຄອງ ແລະ ການຈັດຕັ້ງທັງພາກລັດ ແລະ ເອກະຊົນ; ໂດຍເຫັນໄດ້ຜົນສະທ້ອນອັນໃຫຍ່ຫຼວງ ແລະ ໄພອັນຕະລາຍທີ່ຮ້າຍແຮງຂອງການສໍ້ລາດບັງຫຼວງ, ກອງປະຊຸມໃຫຍ່ສະຫະປະຊາຊາດ ໃນປີ 2000 ຈຶ່ງມີມະຕິກໍານົດຄວາມຈໍາເປັນທີ່ຕ້ອງມີ ກົດໝາຍສາກົນ ທີ່ມີຜົນສັກສິດໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ໃນທົ່ວໂລກ ເຮັດໃຫ້ຄະນະກໍາມະການຮ່າງກົດບັດຂອງ ສະຫະປະຊາຊາດ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ໄດ້ຮັບການສ້າງຕັ້ງຂຶ້ນ.

ມີບັນດາແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ທັງຫຼາຍເຂົ້າຮ່ວມ

ຈາກນັ້ນມາ, ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ໃນວັນທີ 18 ທັນວາ 2002 ທີ່ ນິວຢອກ ສະຫະລັດອາເມລິກາ, ສົນທິສັນຍາດັງກ່າວ ໄດ້ເປີດໃຫ້ບັນດາລັດພາຄີລົງນາມເຂົ້າເປັນສະມາຊິກ ໃນວັນທີ 9 ທັນວາ 2003 ທີ່ ເມລິດາ ປະເທດແມັກຊິໂກ, ມາເຖິງປັດຈຸບັນມີ 186 ລັດພາຄີ; ໃນນັ້ນ, ເປັນສະມາຊິກ 178 ປະເທດ; ສໍາລັບ ສປປ ລາວ ໄດ້ລົງນາມສົນທິສັນຍາ ສປຊ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ໃນວັນທີ 10 ທັນວາ 2003 ແລະ ໃຫ້ສັດຕະຍະບັນ ໃນວັນທີ 25 ກັນຍາ 2009.

ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ

ຕໍ່ກັບຄວາມສໍາຄັນດັ່ງກ່າວ, ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນປີ 2003 ໄດ້ອອກມະຕິ ສະບັບເລກທີ 58/4 ໂດຍກໍານົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫຼວງສາກົນ, ນັບແຕ່ນັ້ນມາ ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນ, ເປັນວັນແຫ່ງຄວາມສາມັກຄີຮ່ວມແຮງຮ່ວມໃຈກັນຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ຂອງບັນດາປະເທດພາຄີ ແລະ ບັນດາປະຊາຊາດ ໃນທົ່ວໂລກ.