ຜົນສຳເລັດ 45 ປີ ຂອງບໍລິສັດ ເບຍລາວ

0
2156
ເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມດີ ດວງດີ

ບໍລິສັດເບຍລາວ ໄດ້ຈັດງານສະເຫຼີມສະຫຼອງການສ້າງຕັ້ງ ຄົບຮອບ 45 ປີ (1973-2018) ໃນວັນທີ 7 ທັນວາ 2018, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ເຮັນຣິກ ເອັນເດີເຊັນ ຜູ້ອຳນວຍການບໍລິສັດເບຍລາວ, ມີບັນດາແຂກຮັບເຊີນ, ພະນັກງານພາຍໃນບໍລິສັດເບຍລາວ ແລະ ສື່ມວນຊົນເຂົ້າຮ່ວມ.

ເປັນກຽດເຂົ້າຮ່ວມໂດຍ ທ່ານ ເຮັນຣິກ ເອັນເດີເຊັນ

ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ ກ່າວວ່າ:

   

ຕະຫຼອດໄລຍະ 45 ປີ ຜ່ານມາ, ຄະນະປະທານບໍລິສັດເບຍລາວ ຍາມໃດກໍໄດ້ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ ເຮັດຫຼ້ອນໜ້າທີ່ໃນການຜະລິດ ແລະ ພັດທະນາຜະລິດຕະພັນຂອງຕົນ 3 ໝວດ ຄື: ເບຍ, ນໍ້າອັດລົມ ແລະ ນໍ້າດື່ມ ເພື່ອຮັບໃຊ້ສັງຄົມ ແລະ ຄວບຄຸມສ່ວນແບ່ງຂອງຕະຫຼາດ ພາຍໃນປະເທດເປັນສ່ວນໃຫຍ່ ພ້ອມທັງໄດ້ມອບພັນທະໃຫ້ລັດຖະບານເປັນປົກກະຕິ, ເຊິ່ງປີ 2017 ປະກອບສ່ວນໃຫ້ລັດໄດ້ 1.800 ຕື້ກີບ.

   

ພ້ອມນັ້ນ, ຍັງໄດ້ສ້າງນະໂຍບາຍຄືນກຳໄລໃຫ້ແກ່ລູກຄ້າ, ຕົວເເທນຈຳໜ່າຍ ເພື່ອດຶງດູດລູກຄ້ານັບມື້ຫຼາຍຂຶ້ນເລື້ອຍໆ ແລະ ເຮັດໃຫ້ຜະລິດຕະພັນມີຄຸນນະພາບຫຼາກຫຼາຍຕາມເສັ້ນທາງພັດທະນາປະເທດຊາດສູ່ຄວາມຮັ່ງມີ, ວັດທະນາຖາວອນຕາມທິດຂອງພັກ-ລັດວາງອອກໃຫ້ປະກົດຜົນເປັນຈິງ, ປັດຈຸບັນ ບໍລິສັດເບຍລາວ ໄດ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ, ເປັນບໍລິສັດທີ່ປະສົບຜົນສຳເລັດ ໃນການດຳເນີນທຸລະກິດທັງຢູ່ພາຍໃນປະເທດ ແລະ ເປັນບໍລິສັດດີເດັັ່ນຢູ່ໃນເຄືອຂອງບໍລິສັດຄາສເບີກ ທີ່ມີຢູ່ຫຼາຍກວ່າ 170 ປະເທດ ແລະ ໃຫຍ່ເປັນອັນດັບ 3 ຂອງໂລກ.

   

ຕໍ່ໜ້າ, ບໍລິສັດເບຍລາວ ຈະສືບຕໍ່ເຮັດສຳເລັດໜ້າທີ່ດ້ວຍການຄວບຄຸມ ແລະ ຫຼຸດຜ່ອນຕົ້ນທຶນການຜະລິດ ໂດຍຮ່ວມມືກັບບໍລິສັດແມ່ກໍຄື ຜູ້ຮ່ວມທຶນ ເພື່ອຍົກສູງຂອດການບໍລິການ ແລະ ບຸກທະລຸຕະຫຼາດພາຍໃນ ແລະ ສົ່ງອອກຢ່າງຕໍ່ເນື່ອງ; ຕັ້ງໜ້າສ້າງລາຍຮັບ ແລະ ປະຕິບັດພັນທະຕໍ່ລັດເປັນປົກກະຕິ; ປັບປຸງແບບແຜນວິທີເຮັດວຽກ ໂດຍນຳໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດ ແລະ ການບໍລິການລູກຄ້າ; ສົ່ງເສີມການກໍ່ສ້າງພະນັກງານວິຊາການ, ພະນັກງານບໍລິຫານ ແລະ ພະນັກງານທີ່ມີຄວາມສາມາດ ແລະ ຫ້າວຫັນ ເພື່ອສືບຕໍ່ນຳພາບັນຊາບໍລິສັດ ໃຫ້ກ້າວໜ້າໄປເລື້ອຍໆ ແນໃສ່ເຮັດໃຫ້ການປັບປຸງຊີວິດຂອງພະນັກງານທົ່ວບໍລິສັດນັບມື້ດີຂຶ້ນ.