ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ທັນວາ ນີ້ວ່າ: ຊາວສະຫະລັດ ທີ່ຢູ່ທາງພາກຕາເວັນອອກສຽງໃຕ້ຂອງສະຫະລັດ ອາເມລິກາ ປະເຊີນກັບພາຍຸຫິມມະພັດຖະຫຼົ່ມຢ່າງຮ້າຍແຮງ, ຂະນະທີ່ເຈົ້າໜ້າທີ່ທາງການລັດນອດທ໌ ແຄໂຣໄລນາ ຕ້ອງປະກາດພາວະສຸກເສີນ ໃນວັນທີ 10 ທັນວາ ທີ່ຜ່ານມາ, ບາງພື້ນທີ່ມີຫິມມະຕົກ ຫຼາຍສູງເຖິງ 50 ຊັງຕີແມັດ ແລະ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 3 ຄົນ ເນື່ອງຈາກຖືກຕົ້ນໄມ້ລົ້ມທັບໃສ່ລົດ. ນອກຈາກນັ້ນ, ຖ້ຽວບິນຫຼາຍພັນຖ້ຽວຖືກຍົກເລີກ ແລະ ໂຮງຮຽນຕ່າງໆໃນລັດ ນອດທ໌ ແຄໂຣໄລນາ, ເຊົາທ໌ ແຄໂຣໄລນາ ແລະ ເວີຈິເນຍ ຕ້ອງປິດໂຮງຮຽນ ເພາະຫິມະຕົກຫຼາຍ.

ຂ່າວລາຍງານໃຫ້ຮູ້ອີກວ່າ: ມີປະຊາຊົນຫຼາຍກວ່າ 300.000 ຄົນ ບໍ່ມີໄຟຟ້າໃຊ້ໃນຫຼາຍລັດ, ເຊິ່ງລວມທັງນອດທ໌ ແຄໂຣໄລນາ, ເຊົາທ໌ ແຄໂຣໄລນາ, ແອລະບາມາ, ເທນເນສຊີ ແລະ ຈໍເຈຍ ໂດຍສຳນັກອຸຕຸນິຍົມວິທະຍາແຫ່ງຊາດສະຫະລັດ ຍັງໄດ້ແຈ້ງເຕືອນປະຊາຊົນວ່າ ພາຍຸຫິມະຍົງຕົກລົງມາຢ່າງຮ້າຍແຮງຢູ່ທາງພາກຕາເວັນອອກສຽງໃຕ້ ໂດຍສະເພາະລັດ ນອດທ໌ ແຄໂຣໄລນາ ແລະ ເວີຈິເນຍ.

ຈາກເຫດຫິມະທີ່ຕົກລົງມາຢ່າງຮ້າຍແຮງນັ້ນ ເຮັດໃຫ້ເກີດອຸບັດຕິເຫດທາງລົດຍົນເກືອບ 60 ຄັ້ງໃນລັດເວີຈິເນຍ, ສ່ວນທີ່ລັດ ນອດທ໌ ແຄໂຣໄລນາ ເກີດອຸບັດຕິເຫດຫຼາຍເຖິງ 672 ຄັ້ງມາຮອດວັນທີ 10 ທັນວາ ທີ່ຜ່ານມາ, ເພາະຖະໜົນມື່ນ ແລະ ມີຫິມະປົກຄຸມພື້ນຖະໜົນຫຼາຍ.